ຄະນະໂຄສະນາອົບຮົມ, ຫ້ອງການ ຖວທ, ຫ້ອງການຍຸຕິທໍາ ແລະ ແນວລາວສ້າງຊາດເມືອງທ່າໂທມ ຮ່ວມກັນຈັດພິທີປະຖະກະຖາວັນສໍາຄັນຂອງຊາດ

ໃນຕອນເຊົ້າຂອງວັນທີ 13 ສິງຫາ 2024 ທີ່ຫ້ອງປະຊຸມອົງການປົກຄອງເມືອງທ່າໂທມ, ຫ້ອງການ ຖວທ, ຫ້ອງການຍຸຕິທໍາ, ຄະນະໂຄສະນາອົບຮົມ ແລະ ແນວລາວສ້າງຊາດເມືອງທ່າໂທມ ຮ່ວມກັນຈັດພິທີປະຖະກະຖາວັນສໍາຄັນຂອງຊາດ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງສື່ມວນຊົນຄົບຮອບ 74 ປີ (13ສິງຫາ 1950-2024), ວັນສ້າງຕັ້ງອາຊຽນຄົບຮອບ 57ປີ ( 8 ສິງຫາ 1967-2024), ວັນຍຶດອໍານາດທົ່ວປະເທດ ຄົບຮອບ49ປີ ( 23 ສິງຫາ 1975-2024) ແລະ ວັນສ້າງຕັ້ງລັດຖະທໍາມະນູນ ຄົບຮອບ 33ປີ ( 15 ສິງຫາ 1991-2024), ໂດຍພາຍໄຕ້ການເປັນປະທານຂອງທ່ານ ຄໍາເປີ້ນ ໄຂຄໍາໜັ້ນ ຮອງເລຂາພັກເມືອງ, ມີຫົວໜ້າຄະນະກົມກອງຫ້ອງການ, ນາຍແລະພົນທະຫານ,ນາຍແລະພົນຕໍາຫຼວດ, ພະນັກງານຫຼັກແຫຼງພາຍໃນເມືອງເຂົ້າຮ່ວມ.

ຈຸດປະສົງການຈັດພິທີປະຖະກະຖາໃນຄັ້ງນີ້ ກໍເພື່ອຫວນຄືນມູນເຊື້ອ, ໂຄສະນາ-ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ໃນທົ່ວເມືອງໃຫ້ກໍາແໜ້ນເນື້ອໃນ, ປະຫວັດຄວາມເປັນມາ, ຄວາມໝາຍຄວາມສໍາຄັນ ຂອງວັນປະຫວັດສາດດັ່ງກ່າວ ເປັນຕົ້ນ: ວັນສ້າງຕັ້ງແນວລາວສ້າງຊາດ, ວັນລັດຖະທໍາມະນູນແຫ່ງ ສປປ ລາວ ແລະວັນຢຶດອໍານາດທົ່ວປະເທດ; ໃນພິທີໃຫ້ກຽດຂື້ນເລົ່າມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ ໂດຍທ່ານຄໍໍາເປີ້ນ ໄຂຄໍາໜັ້ນ ເຊິ່ງມີເນື້ອໃນບາງຕອນສໍາຄັນດັ່ງນີ້: ການເຕີບໃຫຍ່ ຂະຫຍາຍຕົວຂອງແນວລາວສ້າງຊາດ ໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ນັບແຕ່ມື້ໄດ້ຮັບການສ້າງຕັ້ງແນວລາວສ້າງຊາດ ໄດ້ສ້າງຜົນງານອັນພົ້ນເດັ່ນ ໃນການຕໍ່ສູ້ຕ້ານກັບຈັກກະພັດ ເຕົ້າໂຮມຄວາມສາມັກຄີ, ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ເຂົ້າຮ່ວມໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການປະຕິບັດ 2 ໜ້າທີ່ຍຸດທະສາດ ໃຫ້ເຂົ້າຮ່ວມສ້າງກຳລັງປະຕິວັດ ອັນເປັນປັດໄຈທີ່ໜັກ ແໜ້ນໃຫ້ແກ່ການຕໍ່ສູ້ທີ່ຢຶດເຍື້ອຍາວນານຂອງປະຊາຊົນລາວ ສາມາດຕີເອົາຊະນະຈັກກະພັດ ແລະ ປົດປ່ອຍປະເທດຊາດອອກຈາກແອກຄອບຄອງ ຂອງຈັກກະພັດລ່າເມືອງຂຶ້ນ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແນວລາວສ້າງຊາດກໍ່ໄດ້ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານການຈັດຕັ້ງ ແລະ ໄດ້ຮ່ວມກັບບັນດາອົງການ ຈັດຕັ້ງສັງຄົມ ເພື່ອຍົກສູງບົດບາດໃນການເຕົ້າໂຮມກ້ອນກຳລັງມະຫາສາມັກຄີປອງດອງທົ່ວປວງຊົນ, ໂຄສະນາສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍ ສິດເປັນເຈົ້າປະຊາຊົນ ປະຕິບັດ 2 ໜ້າທີ່ຍຸດທະສາດ, ນໍາພາປະເທດຊາດກ້າວຂຶ້ນສູ່ຄວາມພັດທະນາຢ່າງບໍ່ຢຸດຢັ້ງ ທັງເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນເຜົ່າ, ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ໂດຍມີພັກປະຊາຊົນປະຕິວັດລາວເປັນແກນນໍາ ເພື່ອເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ປຸກລະດົມຂະບວນການແກ້ໄຂຄວາມທຸກຍາກ, ຕິດພັນກັບການພັດທະນາຮອບດ້ານ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ຈາກນັ້ນ ທ່ານ ບຸນມີ ສີນວນທອງ ຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ກໍໄດ້ຫວນຄືນມູນເຊື້ອວັນຍຶດອໍານາດທົ່ວປະເທດ ຄົຍຮອບ 49ປີ ແລະ ວັນສ້າງຕັ້ງສື່ມວນຊົນ ຄົຍຮອບ 74ປີ, ວັນສ້າງຕັ້ງສື່ມວນຊົນແມ່ນວັນແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ ຕະຫຼອດໄລຍະແຫ່ງການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ຜ່ານມາພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຖືເອົາວຽກງານໂຄສະນາ, ສຶກສາອົບຮົມ, ປຸກລະດົມຂົນຂວາຍມວນຊົນ ເຂົ້າຮ່ວມປະກອບສ່ວນ ແລະ ສ້າງຂະບວນການຕ່າງໆໄປຕາມແນວທາງຂອງພັກ, ສື່ມວນຊົນ ແລະ ກາມພິມຈຳໜ່າຍ ໄດ້ກາຍເປັນອາວຸດອັນຄົມແຫຼມຄົມຂອງພັກ-ລັດ, ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດ ມາຮອດປັດຈຸບັນ ສື່ມວນຊົນ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງທາງດ້ານປະລິມານ ແລະ ຄຸນນະພາບ ແລະ ໄດ້ຮັບການພັດທະນາເປັນກ້າວໆມາ ຍາມໃດສື່ມວນຊົນລາວ ກໍໄດ້ເປັນເຈົ້າການໃນການໂຄສະນາຕີຖອຍຖ້ອຍທຳນອງບິດເບືອນ ໃສ່ຮ້າຍປ້າຍສີຂອງກຸ່ມຄົນທີ່ບໍ່ຫວັງດີ ແລະ ອິດທິກຳລັງປໍລະປັກຕໍ່ການນຳພາຂອງພັກ-ລັດ ກໍຄືໝາກຜົນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພວກເຮົາສາມາດເວົ້າໄດ້ວ່າ ສື່ມວນຊົນ ແລະ ການພິມຈຳໜ່າຍລາວ ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໃນການຮັບໃຊ້ໜ້າທີ່ການເມືອງ, ຮັບປະກັນເປັນກະບອກສຽງຂອງພັກ-ລັດເປັນຢ່າງດີ ແລະ ຍັງສາມາດຮັກສາມູນເຊື້ອອັນດີງາມຂອງຕົນ ໃນການເປັນຜູ້ນຳສະເໜີ, ແນະນຳ, ນຳພາຫາງສຽງ, ເປັນຂົວຕໍ່ໃຫ້ພັກ ກັບປະຊາຊົນ, ເປັນເວທີໃຫ້ມະຫາຊົນໃນການສະແດງຄໍາຄິດເຫັນທີ່ສ້າງສັນ ແລະ ສ້າງຄວາມຮັບຮູ້, ເຂົ້າໃຈທີ່ຖືກຕ້ອງ, ວ່ອງໄວ, ເປັນລະບົບ ແລະ ຕໍ່ເນື່ອງ.

ໃນຕອນທ້າຍພິທີທ່ານ ບຸນມີ ມິ້ງລັດສະໜີ ຫົວໜ້າຫ້ອງການຍຸຕິທໍາເມືອງ ໄດ້ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງອາຊຽນຄົບຮອບ 57ປີ ແລະ ວັນສ້າງຕັ້ງລັດຖະທໍາມະນູນ ຄົບຮອບ 33 ປີ ຊຶ່ງທ່ານໄດ້ເລົ່າຄືນປະຫວັດການກໍາເນີດ, ຄວາມໝາຍ ຄວາມສຳຄັນຂອງວັນລັດຖະທຳມະນູນແຫ່ງຊາດ ຊຶ່ງວັນລັດຖະທຳມະນູນຖືກຮັບຮອງ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ ປີ 1991 ລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ ເປັນເຄື່ອງມືພື້ນຖານໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແນໃສ່ເຮັດໃຫ້ປະເທດຊາດມີສະຖຽນລະພາຍທາງດ້ານການເມືອງຢ່າງໝັ້ນທ່ຽງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ທັງເປັນພື້ນຖານໃຫ້ແກ່ການພັດທະນາກົດໝາຍຂອງປະເທດໃຫ້ເປັນລະບົບ ຄົບຊຸດ ແລະ ເຂັ້ມແຂງເທື່ອລະກ້າວ ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດໄປຕາມຈຸດໝາຍສັງຄົມນິຍົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa