ແນວລາວສ້າງຊາດແຂວງ ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ.

ແນວລາວສ້າງຊາດ ແຂວງໄຊສມບູນ ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ, ຄົບຮອບ 74 ປີ ( ວັນທີ 13 ສິງຫາ ປີ 1950-13 ສິງຫາ 2024 ) ຂຶ້ນໃນຕອນເຊົ້າຂອງວັນທີ 13 ສິງຫາ ນີ້ ທີ່ຫ້ອງປະຊຸມສະໂມສອນໃຫຍ່ເມືອງອະນຸວົງ ໂດຍການເປັນປະທານ ຂອງທ່ານ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້້້້າແຂວງໄຊສົມບູນ, ມີພະແນກການ, ອົງການ, ກົມກອງ ອອມຂ້າງແຂວງ, ມີອົງການພຸດທະສາສະໜາສຳພັນລາວ ແຂວງໄຊສົົມບູນ, ເຈົ້າກົກເຈົ້າເຫຼົ່າ, ຜູ້ຊົງຄຸນວຸດທິ ເຂົ້າຮ່ວມ.
ໂອກາດນີ້້້ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ເລົ່າຄືນມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ ໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ນັບແຕ່ມື້ໄດ້ຮັບການສ້າງຕັ້ງແນວລາວສ້າງຊາດ ໄດ້ສ້າງຜົນງານອັນພົ້ນເດັ່ນ ໃນການຕໍ່ສູ້ຕ້ານກັບຈັກກະພັດ ມູນເຊື້ອອັນສະຫງ່າລາສີທີ່ເປັນພື້ນຖານ ຂອງແນວລາວສ້າງຊາດ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດໄວ ເດັດດ່ຽວໜຽວແໜ້ນສຶກສາອົບຮົມປະຊາຊົນໄປຕາມພັກ ບໍ່ວ່າຍາມໃດກໍ່ຕັ້ງໜ້າປະຕິບັດຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດຂອງພັກ ໃນທຸກໄລຍະຂອງການປະຕິວັດ, ຮ່ວມສຳພັນທາງການເມືອງ ແລະ ທາງດ້ານການທະຫານກັບກຳລັງເປັນກາງທີ່ກ້າວໜ້າ ແລະ ຊັ້ນຄົນຕ່າງໆ ນັບທັງຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫຼົ່າດ້ວຍການໜູນໃຊ້ຫຼັກການ, ນະໂຍບາຍອັນຖືກຕ້ອງຂອງພັກ ແລະ ຂົນຂວາຍປຸກລະດົມ, ດຶງດູດເອົາກຳລັງເປັນກາງ ເຂົ້າຮ່ວມຂະບວນປະຕິວັດ, ເຮັດໃຫ້ຂະບວນການປະຕິວັດນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ມີມູນເຊື້ອສຳພັນສູ້ຮົບ, ສາມັກຄືພິເສດກັບກອງທັບ ແລະ ປະຊາຊົນ, ຫຽດນາມ ປະຕິບັດຮ່ວມສຳພັນສາມຊາດລາວ-ຫວຽດ-ກຳປູເຈຍ ເພື່ອພ້ອມກັນຕີສັດຕູຄົນດຽວກັນ, ມີມູນເຊື້ອເປັນທີ່ປຶກສາ, ແນະນຳ ແລະ ເປັນບ່ອນອີງໃຫ້ປະຊາຊົນໄດ້ເຜິ່ງພາ, ແນວໂຮມເຮັດເປັນບົດບາດເປັນຂົວຕໍ່ທີ່ດີ ລະຫວ່າງມະຫາຊົນກັບພັກ ແລະ ລະຫວ່າງປະຊາຊົນກັບລັດ ພ້ອມທັງເປັນແຫຼ່ງກຳເນີດເຕີບໃຫຍ່, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານຮຸ່ນຕ່າງໆ ພ້ອມທັງເພີ່ມທະວີກ້ອນກຳລັງສາມັກຄີທົ່ງປວງຊົນຢ່າງແໜ້ນແຟ້ນ ບົນພື້ນຖານຄວາມເປັນເອກະພາບ ໃນອຸດົມການແຫ່ງການສ້າງປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ເພີ່ມທະວີບົດບາດ ແລະ ເຊີດຊູຄວາມສາມາດຂອງການຈັດຕັ້ງແນວລາວສ້າງຊາດ ສືບຕໍ່ພາລະກິດປ່ຽນແປງໃໝ່ໃຫ້ໄດ້ຮັບຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ເພີ່ມທະວີຄວາມເຊື່ອໝັ້ນຂອງມະຫາຊົນ ຕໍ່ການນຳພາຂອງພັກ ແລະ ອົງການປົກຄອງຂັ້ນຕ່າງໆ, ໂຄສະນາອົບຮົມ ປຸກລະດົມສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ໃນການປະຕິບັດແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແລະ ແຜນພັດທະນາເສດຖະກິດສັງຄົມ ຂອງຊາດແຕ່ລະໄລຍະ ຫັນທິດລົງກໍ່ສ້າງແນວໂຮມຂັ້ນເມືອງ ໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງແນວໂຮມຂັ້ນບ້ານໃຫ້ເປັນຫົວໜ່ວຍພັດທະນາ ສ້າງສາຍພົວພັນມິດຕະພາບກັບບັນດາອົງການຈັດຕັ້ງແນວໂຮມຂອງບັນດາປະເທດເພື່ອນມິດຍຸດທະສາດ ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະຊາຊາດໃນການຮ່ວມມື ແລະ ການພັດທະນາ ລວມທັງສະໜັບສະໜູນຂະບວນການຕໍ່ສູ້ ເພື່ອສັນຕິພາບ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ ເສີມຂະຫຍາຍມູນເຊື້ອ ເປັນບ່ອນສ່ອງແສງມະນາຈິດ, ເຮັດບົດບາດເປັນຂົວຕໍ່ທີ່ດີ ລະຫວ່າງມະຫາຊົນກັບພັກ ແລະ ລະຫວ່າງມະຫາຊົນກັບລັດ ຜັນຂະຫຍາຍເນື້ອໃນ 04 ຮ່ວມ ແລະ 04 ການຫັນປ່ຽນໃໝ່ ຂອງແນວລາວຊ້າງຊາດແຕ່ລະຂັ້ນ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຫຼາຍຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa