ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຈັດພິທີປາຖະກະຖາວັນສື່ມວນຊົນລາວ ແລະ ການພິມຈໍາໜ່າຍ

ພິທີປາຖະກະຖາວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ຂອງແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ສິງຫາ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການ ໂດຍການເປັນປະທານ ຂອງ ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຫົວໜ້າພະແນກການ, ອົງການ, ກົມກອງ ຕະຫຼອດຮອດນັກສື່ມວນຊົນອ້ອມຂ້າງແຂວງ ແລະ ພະນັກງານພາຍໃນພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ທົງສະຫວັນ ໂພສະລາດ ໄດ້ເລົ່າຄືນປະຫວັດ, ມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນ ຂອງວຽກງານສື່ມວນຊົນລາວ ແລະ ພິມຈຳນ່າຍ ຊຶ່ງໄດ້ດຳເນີນມາຢ່າງລະອິດລະອ້ຽວຢ່າງສະໜິດແໜ້ນກັບປະຫວັດສາດຂອງຊາດ ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ ຊຶ່ງໃນມື້ສ້າງຕັ້ງແນວລາວອິດສະຫຼະ, ພັກເຮົາກໍ່ໄດ້ສ້າງຕັ້ງໜັງສືພິມປະຕິວັດສະບັບທຳອິດ ແລະ ສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນ ຄື 13 ສິງຫາ 1950 ຊຶ່ງເປັນທີ່ມາຂອງວັນສື່ມວນຊົນ ແລະ ການພິມຈຳໜ່ວຍໃນປະຈຸບັນ.
ສຳລັບແຂວງໄຊສົມບູນຂອງພວກເຮົາ ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງແຂວງຂຶ້ນ ໂດຍພາຍໃຕ້ການນຳພາຂອງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວຽກງານສື່ມວນຊົນກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຄື່ອນໄຫວຕາມພາລະບົດບາດ ໃນໄລຍະຕົ້ນວຽກງານສື່ມວນຊົນແມ່ນມີຄວາມຫຍຸ້ງຍາກຫຼາຍ ບຸກຄະລະກອນມີໜ້ອຍ, ຂາດເຂີນອຸປະກອນຮັບໃຊ້ວຽກງານ ແຕ່ຍ້ອນຄວາມບຸກບືນຕັດສິນໃຈສູງ ຂອງຄະນະພັກ, ຄະນະພະແນກ ແລະ ພະນັກງານພາຍໃນພະແນກ ຈຶ່ງໄດ້ໝູນໃຊ້ພະນັກງານຄົນຜູ້ໜຶ່ງຮັບຜິດຊອບຫຼາຍວຽກ ຕໍ່ມາໃນປີ 2015 ກໍໄດ້ມີການຜະລິດລາຍການໂທລະພາບ ອອກອາກາດທາງໂທລະພາບແຫ່ງຊາດ, ລາຍການວິທະຍຸ ສາມພາກພາສາ ອອກອາກາດຜ່ານລະບົບໂທລະໂຄ່ງ ພ້ອມທັງໝູນໃຊ້ສື່ອອນລາຍຕ່າງໆ ໃນການເຜີຍແຜ່ຂ້ໍມູນຂ່າວສານອອກສູ່ພາຍນອກ. ຈົນມາຮອດປັດຈຸບັນນີ້ ໃນປີ 2024 ວຽກງານສື່ມວນຊົນ ແຂວງໄຊສົມບູນ ຍັງສືບຕໍ່ຂະຫຍາຍຕົວເປັນກ້າວໆມາ ໃນນັ້ນມີສະຖານີວິທະຍຸກະຈາຍສຽງ ຈຳນວນ 3 ແຫ່ງ ຄື: ສະຖານີວິທຸຍກະຈາຍສຽງແຂວງໄຊສົມບູນ ເປັນລະບົບ FM ຄີື້ນຄວາມຖີ່ 104,5 MHz, ສະຖານີິວິທະຍຸຊຸມຊົນ ເມືອງຮົ່ມ ແລະ ເມືອງລ້ອງແຈ້ງ. ນອກນີ້ຍັງສາມາດຂະຫຍາຍຕາໜາງໂທລະໂຄ່ງໄດ້ 55 ຊຸດ ອອກບັດນັກຂ່າວອາຊີບໃຫ້ນັກຂ່າວຈຳນວນ 49 ທ່ານ ແລະ ວຽກງານຮອບດ້ານອື່ນໆ ກໍ່ໄດ້ຮັບການພັດທະນາຂຶ້ນເລື້ອຍໆ. ທັງນີ້ກໍເພື່ອເຮັດໃຫ້ພະນັກງານລັດຖະກອນ ໃນຂອບເຂດແຂວງໄຊສົມບູນ ຮັບຮູ້ ແລະ ເຂົ້າໃນກ່ຽວກັບປະຫວັດຄວາມເປັນມາຂອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ແລະ ຍັງເປັນສົ່ງເສີມໃຫ້ຄົນຮຸ້ນຫຼັງໄດ້ຮູ້ພາລະບົດບາດ ແລະ ການເຄື່ອນໄຫວໃນໄລຍະຜ່ານມາຂອງວຽກງານສື່ມວນຊົນລາວ ພ້ອມທັງເຮັດໃຫ້ວັນດັ່ງກ່າວມີຄວາມໝາຍຄວາມສຳຄັນທາງປະຫວັດສາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa