ຮອງເລຂາພັກແຂວງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ມອບເງິນຊ່ວຍເຫຼືອອຸທົກກະໄພ ໃຫ້ນະຄອນຫຼວງວຽງຈັນ

ແຂວງໄຊສົມບູນ ມອບເງິນຊ່ວຍເຫຼືອອຸທົກກະໄພ ໃຫ້ນະຄອນຫຼວງວຽງຈັນ ໂດຍການກ່າວມອບຂອງ ທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ ໃນວັນທີ 18 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການກ່າວຮັບຂອງທ່ານ ທ່ານ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ໂດຍມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຈຳນວນເງິນທີ່ແຂວງໄຊສົມບູນ ນຳມາມອບໃຫ້ແກ່ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ລວມທັງໝົດ 100 ລ້ານກີບ ເພື່ອເປັນການປະກອບສ່ວນ ຊ່ວຍເຫຼືອບັນເທົາທຸກແກ້ໄຂອຸທົກກະໄພ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ຢູ່ນະຄອນຫຼວງວຽງຈັນ ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນວຽກງານການແກ້ໄຂໄພພິບັດ ຜົນກະທົບ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ນໍ້າຖ້ວມ ຊຶ່ງສະແດງໃຫ້ເຫັນເຖິງຄວາມເປັນຫວ່ງເປັນໄຍ, ໃຫ້ກຳລັງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາທີ່ພົບຄວາມຫຍຸ້ງຍາກ ເພື່ອຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພພິບັດເຄາະຮ້າຍໃນຄັ້ງນີ້ ໃຫ້ຜ່ານພົ້ນວິກິດການໄປດ້ວຍດີ ແລະ ຟື້ນຟູຊີວິດການເປັນຢູ່ ກັບຄືນສູ່ສະພາບປົກກະຕິໂດຍໄວ ຊຶ່ງແຂວງໄຊສົມບູນ ກັບນະຄອນຫຼວງວຽງຈັນ ເປັນແຂວງແຮກສ່ຽວ ທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ເພື່ອເປັນການເສີມຂະຫຍາຍ ການພົວພັນຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິງກັນ ແລະ ກັນ ລະຫວາງ ແຂວງໄຊສົມບູນ ກັບນະຄອນຫຼວງວຽງຈັນ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa