ບໍລິສັດພູເບ້ຍມາຍນິ້ງຈຳກັດ ເຂົ້າຢ້ຽມຢາມການນຳແຂວງໄຊສົມບູນ

ໃນວັນທີ່ 19 ກັນຍາ ທີ່ຜ່ານມານີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງໄຊສົມບູນ ທີມງານຂອງບໍລິສັດພູເບ້ຍມາຍນິ້ງຈຳກັດ ຊຶ່ງນຳໂດຍ ທ່ານ ຫວູ ຖາວ ຮອງຜູ້ອຳນວຍການບໍລິສັດ GRMG (Guang Dong Rising Mining Group) ແລະ ທັງເປັນປະທານບໍລິສັດ ແພນອອສ໌ (ບໍລິສັດແມ່ຂອງບໍລິສັດພູເບ້ຍມາຍນິ້ງ) ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມ ການນຳແຂວງໄຊສົມບູນ ເພື່ອຢ້ຽມຢາມຖາມຂ່າວ ການນຳແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະພັກ-ຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ ໂອກາດດັ່ງກ່າວ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບລວມຂອງແຂວງ ໂດຍຫຍໍ້ ໃຫ້ທີມງານຂອງບໍລິສັດພູເບ້ຍມາຍນິ້ງຈຳກັດ ໄດ້ຮັບຊາບ.

ຈາກນັ້ນ ທາງທີມງານຂອງບໍລິສັດພູເບ້ຍມາຍນິ້ງຈຳກັດ ກໍໄດ້ລາຍງານສະພາບລວມຂອງບໍລິສັດ ແພນອອສ໌ (ບໍລິສັດແມ່ຂອງບໍລິສັດພູເບ້ຍມາຍນິ້ງ) ໂດຍຫຍໍ້ໃຫ້ທ່ານ ເຈົ້າແຂວງພ້ອມດ້ວຍຄະນະ ໄດ້ຮັບຊາບ. ຊຶ່ງທັງໝົດນີ້ ກໍເພື່ອເປັນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືທີດີແບບຍາວນານມາໂດຍຕະຫຼອດ ໂດຍສະເພາະແມ່ນໄລຍະອັນໃກ້ນີ້ພວກເຮົາສອງຝ່າຍໄດ້ເຊັນເປັນປະເທດຍຸດທະສາດ ຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ລາວ-ຈີນ ໃນການຮ່ວມມືພັດທະນາ, ຊຸກຍູ້ ແລະ ສົ່ງເສີມ ດ້ານຕ່າງໆ ໃຫ້ມີຄວາມເຂັ້ມແຂງ ແນໃສ່ພັດທະນາ ແຂວງໄຊສົມບູນ ໃຫ້ມີຄວາມກ້າວໜ້າຂຶ້ນ ຢ່າງບໍ່ຢຸດຢັ້ງ.ໂອກາດທີ່ມາຢ້ຽມຢາມ ການນຳແຂວງໄຊສົມບູນຄັ້ງນີ້ ທັງສອງຝ່າຍ ກໍໄດ້ນໍາເອົາຂອງທີ່ລະນຶກມາມອບໃຫ້ ເຊິ່ງກັນ ແລະ ກັນ ພ້ອມດຽວກັນນີ້ຍັງໄດ້ໄປທ່ຽວຊົມສະຖານທີ່ຕ່າງໆທີ່ສຳຄັນ ພາຍໃນເທດສະບານແຂວງ ນໍາອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa