ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຂົ້າພົບປະເຈົ້າແຂວງໄຊສົມບູນ.

ເນື່ອງໃນໂອກາດທີ່ ທ່ານ ປອ. ເກດແກ້ວ ສີຫາລາດ, ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ໄດ້ເຂົ້າພົບປະທ່ານ ພອຍຄຳ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 20 ກັນຍາ 2024 ນີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.

ການລົງເຄື່ອນໄຫວວຽກງານຂອງທ່ານຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນຄັ້ງນີ້ ກໍເພື່ອລົງຊຸກຍູ້, ຕິດຕາມກວດກາ ການຈັດຕັ້ງປະຕິບັດການກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງສາຍຫຼັກ ແລະ ເສັ້ນທາງຢູ່ບັນດາທ້ອງຖິ່ນ ທີ່ນໍາໃຊ້ໃນການຂົນສົ່ງສິນຄ້າ ແລະ ແຮ່ທາດ ລວມທັງການພັດທະນາຂະຫຍາຍໂຄງລ່າງພື້ນຖານທີ່ຈໍາເປັນ ເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ແລະ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຄວນເສີມຂະຫຍາຍ, ຊຸກຍູ້ສົ່ງເສີມ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງຊອກຫາວິທີການແກ້ໄຂ ເພື່ອເປັນຂໍ້ມູນບ່ອນອີງ ໃນການສັງລວມລາຍງານ ຕໍ່ຄະນະປະຈໍາສະພາແຫ່ງຊາດ.
ຈາກນັ້ນ ທ່ານເຈົ້າແຂວງ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ຕີລາຄາສູງ ໃນການລົງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ພ້ອມນີ້ ທ່ານເຈົ້າແຂວງ ຍັງໄດ້ລາຍງານສະພາບການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງແຂວງໂດຍຫຍໍ້ ໃນໄລຍະຜ່ານມາ ໃຫ້ທ່ານຮອງປະທານກຳມາທິການ ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຮັບຊາບ ຊຶ່ງການນຳແຂວງ ກໍໄດ້ເອົາໃຈໃສ່ ໃນການນຳພາ-ຊີ້ນຳ ປຸກລະດົມປະຊາຊົນບັນເຜົ່າ ແລະ ທຸກພາກສ່ວນ ໃນການປະກອບສວ່ນສ້າງສາພັດທະນາແຂວງ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa