ໜ່ວຍຮາກຖານຊາວໜຸ່ມ ແລະ ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ປະເມີນ ໜ່ວຍຊາວໜຸ່ມ 4 ບຸກ ແລະ ກໍາມະບານ 5 ເປັນເຈົ້າ

ໃນຕອນບ່າຍຂອງວັນທີ 30 ກັນຍາ 2024 ນີ້ ໜ່ວຍຮາກຖານຊາວໜຸ່ມ ແລະ ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມ ປະເມີນການຈັດຕັ້ງເນື້ອໃນຂໍ້ແຂ່ງຂັນໜ່ວຍຊາວໜຸ່ມ4 ບຸກ ແລະ ກໍາມະບານ 5 ເປັນເຈົ້າ ປະຈໍາປີ 2024 ຢູ່ຫ້ອງການຂອງຄະນະໂຄສະນາອົບຮົມແຂວງ, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ຈັນທາ ສິໄພວັນ ເລຂາໜ່ວຍຮາກຖານຊາວໜຸ່ມ ແລະ ສະຫາຍ ລິວອນ ເລັ່ງຊົ່ງ ປະທານ ກໍາມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ໂດຍການກຽດເຂົາຮ່ວມ ຂອງສະຫາຍ ນາງຄໍາສີ ສິດທິວໍລະດາ, ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊີກຊາວໜຸ່ມດ ກໍາມະບານພາຍໃນເຂົ້າຮ່ວມ

.

ໂອກາດນີ້ ສະຫາຍ ລິວອນ ເລັ່ງຊົ່ງ ປະທານ ກໍາມະບານ ຮາກຖານ ໄດ້ຜ່ານ ບົດສະຫຼຸບໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນໄລຍະຜ່ານມາ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ, ພ້ອມກັນນັ້ນ, ໄດ້ທັນຄວາມເຂົ້າໃຈກ່ຽວກັບການປະເມີນກໍ່ຄືການໃຫ້ຄະນະແນນຕົນເອງ ແລະ ໜູ່ຄະນະ, ຈາກນັ້ນ ສະມາຊີກທັງໝົດໄດ້ຜ່ານໃບປະເມີນ ໃຫ້ຄະນະຕົນເອງ ແລະ ໜູ່ຄະນະຕິລາຄາ ແຕ່ລະສະຫາຍໄປພ້ອມໆກັນ, ຜ່ານການປະເມີນຕົນເອງ ຂອງແຕ່ລະສະຫາຍສະເລ່ຍໄດ້ 92% ຂຶ້ນໄປ ຈັດຢູ່ໃນປະເພດແຂງ.

ໃນໂອກາດຕໍ່ໄປນີ້ ສະຫາຍ ນາງຈັນທາ ສິໄພວັນ ເລຂາໜ່ວຍຮາກຖານຊາວໜຸ່ມ ໄດ້ບົດສະຫຼຸບໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນໄລຍະຜ່ານມາ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ, ພ້ອມກັນນັ້ນກໍ່ຜ່ານມາດຖານເງື່ອນໄຂ ການຄັດເລືອກສະມາຊິກຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມ  4 ບຸກພ້ອມທັງປະເມີນໃຫ້ຄະແນນຕົນເອງ ແລະ ໝູ່ຄະນະປະເມີນໄປພ້ອມໆກັນ, ຜ່ານການປະເມີນຕົວຈີງເຫັນວ່າບັນດາສະຫາຍສະມາຊິກຊາວໜຸ່ມພາຍໃນໜ່ວຍສະເລ່ຍກວມເອົາ 90% ຂຶ້ນໄປ ຈັດຢູ່ໃນປະເພດ ແຂງ.

ທ້າຍນີ້ ສະຫາຍ ນາງຄໍາສີ ສິດທິວໍລະດາ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຜ່ານມາ ແລະ ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ ໜ່ວຍຊາວໜຸ່ມ 4 ບຸກ ແລະ ກໍາມະບານ 5 ເປັນໃຫ້ເກີດດອກອອກຜົນດີໄປເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa