ກອງປະຊຸມຕິດຕາມສະພາບຫາງສຽງຂອງສັງຄົມ ຕໍ່ການຂົນສົ່ງທາງບົກ ຢູ່ ແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 9 ຕຸລາ 2024 ນີ້ ແນວລາວສ້າງຊາດ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມຕິດຕາມສະພາບຫາງສຽງຂອງສັງຄົມ ຕໍ່ການຂົນສົ່ງທາງບົກ, ເສັ້ນທາງ, ການສຳປະທານບໍ່ແຮ່ ແລະ ການເກັບລາຍຮັບຈາກແຫຼ່ງວຽກ ຂຶ້ນ ທີ່ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງ ແນວລາວສ້າງຊາດ ແລະ ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ມີປະທານແນວລາວສ້າງຊາດແຂວງ ແລະ ຕາງໜ້າຈາກບັນດາກະຊວງ, ຫົວໜ້າ-ຮອງຫົວໜ້າຈາກພະແນກການ, ອົງການ, ກົມກອງອ້ອມຂ້າງ ແຂວງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ກໍ່ເພື່ອເປັນການຍົກເອົາບັນຫາສະພາບການຫາງສຽງຈາກສັງຄົມ ຕໍ່ການຂົນສົ່ງທາງບົກ ຕິດພັນກັບການນຳໃຊ້ຍານພາຫະນະໜັກ ຂົນສົ່ງແຮ່ທາດເຂົ້າ-ອອກ, ເສັ້ນທາງ, ການສຳປະທານບໍ່ແຮ່, ມາຄົ້ນຄ້ວາ ປຶກສາຫາລື ແລະ ປະກອບຄໍາຄິດ-ຄໍາເຫັນ ເພື່ອຊອກຫາວິທີທາງແກ້ໄຂຮ່ວມກັນທັງສູນກາງ ແລະ ທ່ອງຖິ່ນ ທັງເປັນການຄົ້ນຄ້ວາແກ້ໄຂຕາມຄຳຮ້ອງ ຄຳສະເໜີຂອງປະຊາຊົນ ຈາກນັ້ນ ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງກໍ່ໄດ້ພັດປ່ຽນກັນປະກອບຄຳຄິດ, ຄຳເຫັນ ເພຶ່ອຊອກໄດ້ຈຸດອ່ອນຂໍ້ຄົງຄ້າງຕ່າງໆ ແລະ ພ້ອມກັນສູມໃສ່ແກ້ໄຂຕາມບັນຫາຫາງສຽງສັງຄົມຕໍ່ຄວາມຫຍຸ້ງຍາກ ໃນການນໍາໃຊ້ເສັ້ນທາງສັນຈອນໄປມາ ແລະ ອື່ນໆ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຊຶ່ງຕໍ່ກັບບັນຫາ ດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງ ໄດ້ວາງທິດທາງແຜນການໃນຕໍ່ໜ້າຄື ຈະສືບຕໍ່ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຢູ່ຂັ້ນແຂວງ ແລະ ເມືອງ ເພື່ອຂໍທິດຊີ້ນໍາແກ້ໄຂຈາກຂັ້ນເທິງ ໃຫ້ທັນກັບສະພາບການໃນແຕ່ລະໄລຍະ ຈາກນັ້ນ ຕາງໜ້າຈາກບັນດາກະຊວງຕ່າງໆ ກໍ່ໄດ້ພັດປ່ຽນກັນ ປະກອບຄຳຄິດ-ຄຳເຫັນ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa