ຕອນເຊົ້າຂອງວັນທີ 23 ມັງກອນ 2025 ນີ້ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ເພື່ອດຳເນີນຊີວິດການເມືອງໃນທົ່ວພັກ. ຢູ່ສະໂມສອນເມືອງລ້ອງຊານ ແຂວງໄຊສົມບູນ ໂດຍເປັນປະທານ ຂອງສະຫາຍ ກອງຜັນ ອຸໄລພອນ, ຮອງເລຂາພັກເມືອງ, ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າ -ຮອງຫົວໜ້າຫ້ອງການ,ອົງການ,ກົມກອງ,ກອງບັນຊາການປກສ-ປກຊ,ກອງກໍາລັງຮາກຖານ 920 ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສົມຄິດ ເພຍວົງ ຮອງເຈົ້າເມືອງ, ກໍ່ໄດ້ຂຶ້ນເຊື່ອມຊື່ມເອກະສານສະບັບເລກທີ 310/ຄອສພ, ລົງວັນທີ 15 ຕຸລາ 2024 ວ່າດ້ວຍຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການນໍາໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ເພື່ອດໍາເນີນຊີວິດການເມືອງໃນທົົ່ວພັກ ແລະ ເນື້ອໃນເອກະສານ 2 ຫົວຂໍ້ ມີດັ່ງນີ້: ຫົວຂໍ້ 1: ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ. ຫົວຂໍ້ 2: ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ ຫຼັງຈາກນັ້ນສະຫາຍ ເດັງຊົ່ງ ນະວົງໄຊ ປະທານແນວລາວສ້າງຊາດໄດ້ຂື້ນຜ່ານຫົວຂໍ້ 3:ກ່ຽວກັບ ມາດຕະຖານ ຂອງພະນັກງານ, ສະມາຊິກພັກໃນເງື່ອນໄຂໃໝ່. ພ້ອມກັນນີ້ໄດ້ຮັບຟັງປະທານກອງປະຊຸມຜ່ານແບບແຜນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ ຊື່ງໄດ້ສະແດງອອກຢ່າງຮອບດ້ານ, ເລີ່ມຈາກແບບແຜນການຊີ້ນໍາ-ນໍາພາ, ຄວາມເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ, ການເຮັດວຽກບົນພື້ນຖານຫຼັກການ, ຫຼັກວິທະຍາສາດ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ, ມີການປະສານສົມທົບກັບແຕ່ລະພາກສ່ວນຢ່າງຄ່ອງແຄ້ວ, ມີການສະຫຼຸບສັງລວມ, ຖອດຖອນບົດຮຽນ, ຕິດຕາມກວດກາ ແລະ ອື່ນໆ. ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຕ້ອງຄົ້ນຄວ້າຮໍ່າຮຽນ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເປັນປະຈໍາ, ພ້ອມກັນນັັ້ນ, ກໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອົາໃຈໃສ່ຮໍ່າຮຽນຍົກລະດັບຄວາມຮູ້ດ້ານຕ່າງໆໃຫ້ສູງຂຶ້ນຢ່າງບໍ່ຢຸດຢັັ້ງ, ເປັນເຈົ້າການປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບຂອງລັດ, ປະກອບສ່ວນເຂົ້າໃນການກໍ່ສ້າງ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກ-ລັດ,ສ້າງໃຫ້ຕົນເອງມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮູ້, ຄວາມສາມາດ, ມີທັດສະນະມະຫາຊົນໃຫ້ໜັກແໜ້ນດ້ວຍການຕັັ້ງໜ້າເຂົ້າຮ່ວມຂະບວນການຂອງມະຫາຊົນເພື່ອນໍາພາມະຫາຊົນຈັດຕັັ້ງປະຕິບັດແນວທາງ,ໂດຍຖືເອົາຂະບວນການມະຫາຊົນເປັນບ່ອນຝຶກຝົນຫຼໍຫຼອມຕົນເອງ,ໃຫ້ມີທັດສະນະຫຼັກໝັັ້ນການເມືອງໃຫ້ໜັກແໜ້ນ ແລະຍົກສູງສະຕິລະວັງຕົວຢູ່ສະເໝີເພື່ອບໍ່ໃຫ້ມີຊ່ອງຫວ່າງໃຫ້ພວກຄົນບໍ່ຫວັງດີສວຍໃຊ້ເພື່ອມ້າງເພທໍາລາຍ, ຕ້ອງມີຄວາມຕັດສິນໃຈສູງ ແລະ ການຍົກສູງຄວາມຮັບຜິດຊອບຕໍ່ວຽກງານທີໄດ້ຮັບມອບໝາຍຢ່າງເຂັມງວດ ໃຫ້ບັນດາສະຫາຍເຂົ້າຮ່ວມກອງປະຊູມຄັ້ງນີ້ ໄດ້ຮັບຮູ້ ແລະ ກໍາແໜ້ນ

ຕອນທ້າຍ ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ຄະນະປະຈໍາພັກ,ກຳມະການພັກເມືອງ,ທຸກພາກສ່ວນທີ່ໄດ້ ເຊື່ອມຊື່ມເອກະສານດັ່ງກ່າວ ຈົ່ງນໍາໄປເພື່ອເປັນການຄົົ້ນຄິດ ແລະ ຈັດຕັ້ງປະຕິບັດຕໍ່ໜ້າວຽກງານຕົວຈີງ ເປັນຕົ້ນແມ່ນພະນັກງານສາມະຊິກພັກ ຕ້ອງຍືນໜັ້ນວຽກພັກ-ລັດ ຕ້ານແນວຄິດ,ແນວຄິດທ້ອງຖິ່ນ ເພື່ອໃຫ້ພະນັກງານສະມາຊິກພັກຕ້ອງຈໍາແນກມີດສັດຕູໄດ້ຢ່າງຈະແຈ້ງ ແລະ ຕ້ອງເພິ່ມທະວີການຖອດຖອນຊອກຮູ້ຮໍ່າຮຽນສິ່ງໃໜ່ ແລະ ຍົກລະດັບຄວາມຮູ້,ຄວາມສາມາດ ຕ້ານກັນສະກັດກັ້ນການສໍ້ລາດບັງຫຼວງ ເພື່ອພັດທະນາເມືອງລ້ອງຊານໃຫ້ດີຂື້ນຢ່າງຢຸດຢັ້ງ.