ໃນກອງປະຊຸມ ສະຫາຍ ກົງຄຳ ສຸທຳມະວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ, ກໍ່ໄດ້ຂຶ້ນເຊື່ອມຊິມເອກະສານສະບັບເລກທີ 310/ຄອສພ, ລົງວັນທີ 15 ຕຸລາ 2024 ວ່າຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການນໍາໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ເພື່ອດໍາເນີນຊີວິດການເມືອງໃນທົົ່ວພັກ ແລະ ເນື້ອໃນເອກະສານ 3 ຫົວຂໍ້ ດັ່ງນີ້: ຫົວຂໍ້ 1: ຮໍໍ່າຮຽນເອົາແບບແຜນວິທຼີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ. ຫົວຂໍ້ 2: ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ. ຫົວຂໍ້ 3: ມາດຕະຖານ ຂອງພະນັກງານ, ສະມາຊິກພັກໃນເງື່ອນໄຂໃໝ່. ແບບແຜນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ ແມ່ນສະແດງອອກຢ່າງຮອບດ້ານ, ເລີ່ມ ຈາກແບບແຜນການຊີ້ນໍາ-ນໍາພາ, ຄວາມເປັນແບບຢ່າງນໍາໜ້າແກ່ມະຫາຊົນ, ການເຮັດວຽກບົນພື້ນຖານຫຼັກການ, ຫຼັກວິທະຍາສາດ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ, ມີການປະສານສົມທົບກັບແຕ່ລະພາກສ່ວນຢ່າງຄ່ອງແຄ້ວ, ມີການສະຫຼຸບສັງລວມ, ຖອດຖອນບົດຮຽນ, ຕິດຕາມກວດກາ ແລະ ອື່ນໆ. ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຕ້ອງຄົ້ນຄວ້າຮໍໍ່າຮຽນ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເປັນປະຈໍາ, ພ້ອມກັນນັັ້ນ, ກໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອົາໃຈໃສ່ຮໍໍ່າຮຽນຍົກລະດັບຄວາມຮູ້ດ້ານຕ່າງໆໃຫ້ສູງຂຶ້ນຢ່າງບໍ່ຢຸດຢັັ້ງ, ເປັນເຈົ້າການປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ປະກອບສ່ວນນເຂົ້າໃນການກໍ່ສ້າງ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກ-ລັດ,ສ້າງໃຫ້ຕົນເອງມີຄຸນສົມບັດສິນທໍາປະຕິວັດ,ມີຄວາມຮູ້, ຄວາມສາມາດ, ມີທັດສະນະມະຫາຊົນໃຫ້ໜັກແໜ້ນດ້ວຍການຕັັ້ງໜ້າເຂົ້າຮ່ວມຂະບວນການຂອງມະຫາຊົນເພື່ອນໍາພາມະຫາຊົນຈັດຕັັ້ງປະຕິບັດແນວທາງ,ໂດຍຖືເອົາຂະບວນການມະຫາຊົນເປັນບ່ອນຝຶກຝົນຫຼໍຫຼອມຕົນເອງ,ໃຫ້ມີທັດສະນະຫຼັກໝັັ້ນການເມືອງໃຫ້ໜັກແໜ້ນ ແລະຍົກສູງສະຕິລະວັງຕົວຢູ່ສະເໝີເພື່ອບໍ່ໃຫ້ມີຊ່ອງຫວ່າງໃຫ້ພວກຄົນບໍ່ຫວັງດີສວຍໃຊ້ເພື່ອມ້າງເພທໍາລາຍພວກເຮົາ, ຕ້ອງມີຄວາມຕັດສິນໃຈສູງ ແລະ ການຍົກສູງຄວາມຮັບຜິດຊອບຕໍ່ວຽກງານທີໄດ້ຮັບມອບໝາຍຢາງເຂັມງວດ.