ຕອນເຊົ້າຂອງວັນທີ 27 ມັງກອນ 2025 ນີ້ ທີ່ຫ້ອງປະຊຸມອົງການປົກຄອງເມືອງທ່າໂທມ, ຄະນະໂຄສະນາອົບຮົມເມືອງທ່າໂທມໄດ້ຈັດກອງປະຊຸມຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດສາໍລັບສະມາຊິກພັກ, ພະນັກງານ ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ. ໂດຍພາຍໄຕ້ການເປັນປະທານຂອງສະຫາຍ ສຸກສະເຫຼີມ ສົມມະນີ ເລຂາພັກເມືອງ ເຈົ້າເມືອງທ່າໂທມ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຄະນະກົມກອງຫ້ອງການ, ສະມາຊິກພັກ ຕະຫຼອດຮອດພະນັກງານພາຍໃນເມືອງເຂົ້າຮ່ວມ.
ເຊິ່ງກອງປະຊຸມໃນຄັ້ງນີ້ໄດ້ນໍາເອົາເນື້ອໃນເອກະສານປະກອບມີ 3 ຫົວຂໍ້ມາເຜີຍແຜ່ຄື: 1: ການຮາໍ່ຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ. 2: ການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດຂອງພະນັກງານ, ສະມາຊິກພັກໃນເງື່ອນໄຂປັດຈຸບັນ. 3: ມາດຕະຖານ ຂອງພະນັກງານ, ສະມາຊິກພັກໃນເງ ື່ອນໄຂໃໝ່. ເຊີ່ງ 3 ເນື້ອໃນເອກະສານດັ່ງກ່າວຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ຜັດປ່ຽນກັນຂື້ນບັນຍາຍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມເປັນຕົ້ນ: ແບບແຜນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານໄດ້ເປັນແວ່ນແຍງອັນໃສແຈ້ງ, ເປັນມໍລະດົກວັດທະນະທໍາໃຫ້ແກ່ພະນັກງານ, ສະມາຊິກພັກຢຶດຖື ຮໍໍ່າຮຽນ ແລະ ໝູນໃຊ້ ໃນຊີວິດຕົວຈິງ ແລະ ຄວາມເປັນແບບຢ່າງນໍາໜ້າແກ່ມະຫາຊົນ, ເຊື່ອຊຶມກ່ຽວຄຸນທາດການເມືອງ, ຄຸນສົມບັດສິນທາໍປະຕິວັດ ຂອງພະນັກງານ, ສະມາຊິກພັກ ແມ່ນໜ້າທີ່ຂອງພະນັກງານ, ສະມາຊິກພັກທຸກສະຫາຍ ຕ້ອງຕັັ້ງໜ້າເປັນແບບຢ່າງຝຶກຝົນຫໍ່ຼຫຼອມ ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເພາະເປັນມາດຖານແຖວໜ້າ, ແມ່ນຄວາມຈໍາເປັນອັນຮີບດ່ວນຂອງພັກເຮົາ ແລະ ເປັນພື້ນຖານທີ່ຂາດບໍ່ໄດ້ ເພື່ອສ້າງພັກໃຫ້ມີຄວາມປອດໃສ, ເຂັັ້ມແຂງ ແລະ ໜັກແໜ້ນ ແລະ ເຊື່ອມຊຶມມາດຕະຖານ ພະນັກງານ, ສະມາຊິກພັກ ເຊີ່ງມາດຕະຖານພະນັກງານ, ສະມາຊິກພັກ ແມ່ນສິື່ງທີ່ສໍາຄັນ ແລະ ຈໍາເປັນ ສໍາລັບພວກເຮົາ ແລະ ມັນແມ່ນປັດໄຈພື້ນຖານ ໃຫ້ແກ່ການເລືອກເຟັັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ, ກໍ່່ສ້າງ, ບໍາລຸງ ແລະ ທັງເປັນບ່ອນອີງໃຫ້ພະນັກງານ, ສະມາຊິກພັກ ໄດ້ຝຶກຝົນຫຼຼໍ່ຫຼອມຕົນເອງ ເພື່ອກ້າວຂຶ້ນເປັນພະນັກງານ, ສະມາຊິກພັກ ທີ່ມີຄຸນນະພາບ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ສຸກສະເຫຼີມ ສົມມະນີ ປະທານກອງປະຊຸມກໍ່ໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມກອງປະຊຸມ ສະຫາຍໄດ້ໃຫ້ຮູ້ວ່າການເເຜີຍແຜ່ເອກະສານໃນຄັ້ງນີ້ເພື່່ອເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ຮັບຮູ້, ເຂົ້າໃຈ ແລະ ຮໍໍ່າຮຽນ ເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດສູງສົົ່ງ ຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັັ້ງໜ້າສຶກສາຮໍໍ່າຮຽນແບບຢ່າງຂອງປະທານ ໄກສອນ ພົມວິຫານ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກ ຜູ້ທີດີເດັ່ນ ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດເພຶ່ອກ້າວຂຶ້ນເປັນພະນັກງານ, ສະມາຊິກພັກ ທີ່ມີຄຸນນະພາບ.