
ໃນວັນທີ 26 ກຸມພາ 2025 ນີ້ ເມືອງອະນຸວົງໄດ້ຈັດກອງປະຊຸມເຊື່ອມຊຶມ 3 ເອກະສານທີ່ສໍາຄັນໃຫ້ກັບສະມາຊິກພັກ, ພະນັກງານທະຫານ, ຕໍາຫຼວດ ແລະ ອົງການຈັດຕັ້ງ 2 ບ້ານເທດສະບານ, ຂຶ້ນທີ່ ສະໂມສອນໃຫຍ່ເມືອງອະນຸວົງ, ໂດຍການເປັນປະທານຂອງ ສະຫາຍ ຮືທໍ່ ເພຍຫຼວງ, ກໍາມະການພັກແຂວງ ເລຂາພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າຫ້ອງການ, ຮອງຫົວຫນ້າຫ້ອງການ, ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ມີອົງການຈັດຕັ້ງບ້ານ 2 ບ້ານເທດສະບານເຂົ້າຮ່ວມ.

ກອງປະຊຸມໄດ້ ເຊື່ອມຊຶມ 3 ເອກະສານ ຄື: ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດຂອງ ປະທານໄກສອນ ພົມວິຫານ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ, ມາດຕະຖານຂອງພະນັກງານ, ສະມາຊິກພັກໃນເງື່ອນໄຂໃໝ່ ເພື່ອກະກຽມສະເຫຼີມສະລອງ 3 ວັນປະຫວັດສາດ ເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955- 22 ມີນາ 2025 ), ວັນສະຖາປະນາ ສປປລ ຄົບຮອບ 50 ປີ ( 2 ທັນວາ 1975- 2 ທັນວາ 2025), ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920- 13 ທັນວາ 2025), ເພື່ອໃຫ້ເປັນຂະບວນການຟົດຟຶ້ນ ທັງ ເປັນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ອົງການຈັດຕັ້ງ 2 ບ້ານ, ຮັບຮູ້ມູນເຊື້ອ, ປະຫວັດຄວາມເປັນມາຂອງ 3 ວັນປະສາດ ແລະ ໄດ້ຮຽນຮູ້ແບບແຜນວິທີການເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດອັນສູງສົ່ງຂອງປະທານໄກສອນພົມວິຫານ, ເພື່ອພ້ອມກັນຕັ້ງຫນ້າຄົ້ນຄວ້າ, ສຶກສາຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນພະນັກງານ, ສະມາຊິກພັກ ທີດີເດັ່ນມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ, ສືບຕໍ່ນໍາເອົາເນື້ອໃນທີ່ສໍາຄັນໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ທົ່ວເຖິງ, ເພື່ອເປັນການປຸກລະດົມຂະບວນການທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດຄັ້ງທີ IX ແລະ ສອງວາລະແຫ່ງຊາດຕິດພັນກັບການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃຫ້ໄດ້ຮັບຜົນດີ

ໃນທ້າຍກອງປະຊຸມ ສະຫາຍ ຮືທໍ່ ເພຍຫຼວງ ກໍາມະການພັກແຂວງ ເລຂາພັກເມືອງ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ສະຫາຍໄດ້ຮຽກຮ້ອງມາຍັງທຸກສ່ວນໃຫ້ຈົ່ງສືບຕໍ່ນໍາເອົາເນື້ອຈິດໃຈຂອງເອກະສານນີ້ໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ນໍາໄປເຜີຍແຜ່ເຊື່ອມຊຶມໃຫ້ທົ່ວເຖິງ ແລະ ໄດ້ຮັບຜົນດີ. ຈາກນັ້ນ, ສະຫາຍຍັງໄດ້ໃຫ້ ທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ກະກຽມການສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ຈະມາເຖິງໃນມໍໆນີ້ ໃຫ້ເປັນຂະບວນການຟົດຟື້ນ.