
ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ຂຶ້ນໃນຕອນບ່າຍ ຂອງວັນທີ 27 ກຸມພາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງ ທ່ານ ສຸກສະຫວາດ ວົງພູມເຫຼັກ, ຮອງເຈົ້າແຂວງໄຊສົມບູນ ມີ ທ່ານນາງ ຄຳສີ ສິດທິວໍລະດາ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ຕະຫຼອດຮອດຫົວໜ້າຂະແໜງ-ຮອງຂະແໜງ ແລະ ພັກນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງ ການຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຊຶ່ງຄະນະໂຄສະນາອົບຮົມ ກໍສາມາດຈັດຕັ້ງປະຕິບັດຈົນມີຜົນສຳເລັດຫຼາຍດ້ານ ເປັນຕົ້ນການໂຄສະນາປາຖະກະຖາ ເລົ່າມູນເຊື້ອບັນດາວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງສາກົນ ແລະ ຜົນສຳເລັດໃນການຄົ້ນຄວ້າ, ເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານ, ມະຕິ, ຄຳສັ່ງ, ກົດລະບຽບຕ່າງໆ ຂອງພັກ, ນິຕິກຳຂອງກົດໝາຍຂັ້ນເທິງ ໃຫ້ແກ່ເລຂາພັກບ້ານ, ນາຍບ້ານ 5 ໜ່ວຍງານຂອງບ້ານ, ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິພະນັກງານຮາກຖານສຳເລັດ 5 ເມືອງ ພ້ອມນີ້ຍັງສາມາດອອກໃບຢັ້ງຢືນໃຫ້ບ້ານທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງທົ່ວແຂວງໄຊສົມບູນ ໄດ້ທັງໝົດ 7 ບ້ານ. ພ້ອມດຽວກັນນີ້ຍັງຈະສືບຕໍ່ຂໍທິດຊີ້ນຳຈາກຄະນະພັກຂັ້ນເທິງ ເພື່ອຈັດພິທີປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ວັນຄ້າຍວັນເກີດຂອງທ່ານຜູ້ນຳ ໃຫ້ເປັນຂະບວນການຟົດຟື້ນ, ກ້ວາງຂວາງ ແລະ ມີຜົນສຳເລັດໃຫ້ໄດ້ຕາມຄາດໝາຍທີ່ໄດ້ວາງໄວ້. ທັງນີ້ກໍເພື່ອສ້າງຄວາມເຂັ້ມແຂງໃນການພັດທະນາ ໃຫ້ພະນັກງານ-ລັດຖະກອນມີຄວາມຮູ້-ຄວາມສາມາດ ໃນລະດັບທີ່ແນ່ນອນ ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີວຽກງານວິຊາສະເພາະໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ຈາກນັ້ນ ທ່ານ ສຸກສະຫວາດ ວົງພູມເຫຼັກ ໄດ້ຂຶ້ນມອບໃບຍ້ອງຍໍການແຂ່ງຂັນ-ຮັກຊາດໃຫ້ກັບພະນັກງານຄະນະໂຄສະນາອົບຮົມ ຜູ້ທີ່ມີຜົນງານດີເດັ່ນ, ມີຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານໄດ້ດີ.

ໂອກາດນີ້ ທ່ານ ສຸກສະຫວາດ ວົງພູມເຫຼັກ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມນັ້ນ ທ່ານໄດ້ເນັ້ນໜັກໃຫ້ ເອົາໃຈໃສ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໂດຍການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ, ຊີ້ນຳ-ນຳພາ ແລະ ຜັນຂະຫຍາຍເນື້ອໃນແຂ່ງຂັນ ຂອງແຕ່ລະວຽກງານໃຫ້ຈະແຈ້ງ, ຄົ້ນຄວ້າເຊື່ອມຊຶມ ກຳແໜ້ນນິຕິກຳຕ່າງໆຂອງລັດ ທີ່ຕິດພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ນອກນີ້ ຕ້ອງຖືເອົາການຕິດຕາມ, ຊຸກຍູ້, ກວດກາ, ຈັດຕັ້ງປະຕິບັດ ປະເມີນຜົນ ແລະ ໃຫ້ພ້ອມກັນສຸມສະຕິປັນຍາ ເຂົ້າໃນວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອສົ່ງເສີມຂະບວນການໃຫ້ຂະຫຍາຍຕົວນັບມື້ກ້ວາງຂວາງ, ແຂງແຮງ, ຫ້າວຫັນ ແລະ ມີຫົວຄິດປະດິດສ້າງອັນໃໝ່ ແລະ ໃຊ້ນະວັດຕະກໍາໃໝ່ ເຂົ້າສູ່ໜ້າທີວຽກງານຂະແໜງການໃຫ້ທັນສະໄໝ, ຍ້ອງຍໍໃຫ້ຖຶກຄົນ, ຖືກວຽກ, ວ່ອງໄວທັນການ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດໜ້າທີວຽກງານການເມືອງຂອງຕົນໃນຕໍ່ໜ້າ ມີຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ.