ຮອງປະທານ ຄະນະກວດກາສູນກາງພັກ ເຂົ້າພົບປະ ການນຳແຂວງໄຊສົມບູນ

ເນື່ອງໃນໂອກາດທີ ທ່ານ ສີໃນ ມຽງລາວັນ, ຮອງປະທານ ຄະນະກວດກາສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 11 ມີນາ 2025 ນີ້ ທ່ານ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ການນຳແຂວງໄຊສົມບູນ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດດັ່ງກ່າວ ທ່ານ ສີໃນ ມຽງລາວັນ ໄດ້ແຈ້ງຈຸດປະສົງ ຕໍ່ທ່ານເຈົ້າແຂວງ ພ້ອມດ້ວຍຄະນະໄດ້ຮັບຊາບ ຈຸດປະສົງກໍ່ເພື່ອມາຕິດຕາມ ຊຸກຍູ້ ວຽກງານກວດກາພັກ-ກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ຢູ່ແຂວງໄຊສົມບູນ ທັງເປັນການຊຸກຍູ້ພະນັກງານລັດຖະກອນ ທຸກພາກສ່ວນໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກົດໝາຍ ແລະ ລະບຽບການຕ່າງໆ ແນໃສ່ປ້ອງກັນການລະເມີດກົດໝາຍ ແລະ ລະບຽບການ ພ້ອມທັງມີປະສິດທິພາບ ແລະ ປະສິດທິຜົນສູງ ແກ້ໄຂບັນຫາການສວຍໃຊ້ໜ້າທີ່, ສໍ້ລາດບັງຫຼວງທຸກຮູບແບບຂອງພະນັກງານ ເຊິ່ງເປັນໜຶ່ງໃນບັນດາເປົ້າໝາຍໂດຍກົງຂອງວຽກງານກວດກາພັກ-ກວດກາລັດ ທີ່ຕ້ອງໄດ້ເອົາໃຈໃສ່ສະເພາະໜ້າ ແລະ ຍາວນານ. ໂອກາດດຽວກັນ ທ່ານ ພອຍຄຳ ຮຸ່ງບຸນຍວງ ກໍ່ໄດ້ລາຍງານໂດຍຫຍໍ້ ກ່ຽວກັບສະພາບໂດຍລວມ ຢູ່ແຂວງໄຊສົມບູນ ຕໍ່ທ່ານຮອງປະທານ ຄະນະກວດກາສູນກາງພັກພ້ອມດ້ວຍຄະນະໄດ້ຮັບຊາບ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa