ໃນຕອນເຊົ້າຂອງວັນທີ 7 ມີນາ 2025 ນີ້ ສະຫະພັນແມ່ຍິງເມືອງລ້ອງຊານ ໄດ້ຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 115 ປີ ( ວັນທີ 8 ມີນາ 1910 -ວັນທີ 8 ມີນາ 2023 ) ຂຶ້ນຢູ່ທີ່ສະໂມສອນຂອງເມືອງລ້ອງຊານ ແຂວງໄຊສົມບູນ. ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົມມາ ແກ້ວບົວພາ, ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ, ມີສະຫາຍ ນາງ ຊົງວ່າງ ເລັ່ງຊົ່ງປາວ, ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງລ້ອງຊານ ພ້ອມດ້ວຍທີມງານ, ມີບັນດາສະຫາຍແຂກມາຈາກຫ້ອງການ, ກົມກອງ ແລະ ສະຫະພັນແມ່ຍິງບ້ານເທດສະບານເຂົ້າຮ່ວມ.
ໃນພິທີໄດ້ຮັບການປາຖະກະຖາເລົ່າມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນວັນທີ 8 ມີນາ ຄົບຮອບ 115 ປີ ຈາກ ສະຫາຍ ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ:ການກໍາ ເນີດເກີດຂຶ້ນວັນແມ່ຍິງສາກົນ ຢູ່ໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວແຮງມັນໄດ້ສ້າງຮັ່ງຄູນມີໃຫ້ແກ່ພວກເຂົາ ແຕ່ຊ້ຳພັດຍິ່ງເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ກໍາມະກອນ ແລະ ຊາວຜູ້ອອກແຮງງານໂດຍສະເພາະແມ່ນກໍາມະກອນທີ່ເປັນເພດຍິງໃນທົ່ວໂລກ. ພາຍໃຕ້ລະບອບສັກດີນາ,ນາຍທຶນແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າແຮງງານຖືກ, ເຮັດວຽກບໍ່ມີການຮັບປະກັນຄວາມປອດໄພ, ບໍ່ມີລະບົບຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ແມ່ຍິງຖືກດູໝິ່ນປະໝາດ, ຖືກທຸບຕີທໍລະມານ, ຖືກຂົມຂືນທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກງານໃນເວລາຖືພາ,ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນປົວ. ຕໍ່ຫນ້າສະພາບການດັ່ງກ່າວ, ວັນທີ 8 ມີນາ ປີ 1908 ກໍາມະກອນເພດຍິງຫຼາຍກວ່າ 15 ພັນຄົນ ໄດ້ເດີນຂະບວນປະທ້ວງຢູ່ນະຄອນນິວຢອກຂອງ ສະຫະລັດອາເມລິກາ ເພື່ອທວງໃຫ້ພວກນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດອອກສຽງໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ. ປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນໃນທະວິບເອີລົບ. ຍ້ອນແນວນັ້ນ, ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດຈຶ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງປະເທດດານມາກ, ກອງປະຊຸມດັ່ງກ່າວໄດ້ຕົກລົງຮັບຮອງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ ເຊິ່ງເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ເພື່ອປົດປ່ອຍຕົນເອງ, ທວງໃຫ້ມີສິດສະເໝີພາບ ແລະ ປະຊາທິປະໄຕຄືກັນກັບຜູ້ຊາຍ ໃຫ້ບັນດາສະຫາຍເຂົ້າຮ່ວມພິທີຄັ້ງນີ້ ຮັບຮູ້ ແລະ ລະນຶກເຖິງມູນເຊື້ອປະຫວັດຂອງວັນສ້າງຕັ້ງແມ່ຍິງສາກົນ ໂດຍສະເພາະແມ່ນສະມາຊິກສະຫະພັນແມ່ຍິງຈົ່ງຮັບຮູ້ ແລະ ເຂົ້າໃຈ.