ໃນວັນທີ່ 6 ມີນາ 2025 ນີ້ ຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ຂຶ້ນ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພົວຈ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງ, ມີທ່ານ ນາງ ບຸນທະວີ ສິງວິໄລ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງ, ມີຄອບຄົວການນຳແຂວງ ແລະ ແມ່ປ້າອາວຸດໂສ້ ພ້ອມດ້ວຍປະທານສະຫະພັນແມ່ຍິງບັນດາພະແນກການ, ອົງການ-ກົມກອງອ້ອມຂ້າງແຂວງ ຕະຫລອດຮອດສະມາຊິກແມ່ຍິງ ພາຍໃນແຂວງ ເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ນາງ ບຸນທະວີ ສິງວີໄລ ໄດ້ຂຶ້ນປາຖະກະຖາ ເນື່ອງໃນໂອກາດພິທີສະເຫລີມສະຫລອງ ວັນແມ່ຍິງສາກົນຊື່ງທ່ານໄດ້ຍົກໃຫ້ຄວາມສໍາຄັນຂອງວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດ ປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິ ປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍ ທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ” ນັບແຕ່ນັ້ນມາວັນທີ 8 ມີນາ ຈຶ່ງເປັນ “ວັນແມ່ຍິງສາກົນ”.
ໃນຕອນທ້າຍພິທີ ປະທານໄດ້ມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງລາວທົ່ວປະເທດ ໂດຍສະເພາະ ສະຫະພັນແມ່ຍິງ ແຂວງໄຊສົມບູນ ຮຽກຮ້ອງຈົ່ງເອົາໃຈໃສ່ສືບຕໍ່ເຄືອນໄຫວຕາມພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສຸມສະຕິປັນຍາຂອງຕົນເຂົ້າໃນໜ້າທີ່ວຽກງານ ໃຫ້ມີຄວາມເຂັ້ມແຂງ, ຖືຜົນປະໂຫຍດສ່ວນລວມເປັນກົກ, ເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂອກາດດຽວກັນນີ້ ກໍຍັງໄດ້ມີກິດຈະກຳເຕັ້ນໂອລະບິກທີ່ຫໍຫັຼກເມືອງ ເພື່ອເປັນການສ້າງຂະບວນການຮັດແໜ້ນຄວາມສາມັກຄີລະຫວ່າງບັນດາພະແນກການ, ອົງການ-ກົມກອງອ້ອມຂ້າງແຂວງ ຂຶ້ນໄປເລື້ອຍໆ.