
ໃນຕອນບ່າຍຂອງວັນທີ 3 ເມສາ 2025 ນີ້ ຄະນະໂຄສະນາອົບຮົມແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ຈັດພິທີ ປະກາດແຮກສ່ຽວ ກັບບ້ານທົ່ງຮັກ ເມືອງອະນຸວົງ ແຂວງໄຊສົມບູນ ຂຶ້ນທີຫ້ອງການບ້ານທົ່ງຮັກ, ໂດຍການເປັນປະທານຂອງ ທ່ານ ນາງ ຄຳສີ ສິດທິວໍລະດາ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ, ມີທ່ານ ທອງສະຫວັດ ວົງສະຫວ່າງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີເລຂາພັກບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ທອງສະຫວັດ ວົງສະຫວ່າງ ໄດ້ຂຶ້ນຜ່ານມະຕິ ຕົກລົງຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃຫ້ບັນດາພະແນກການ, ອົງການ, ກົມກອງຂອງເມືອງ ແຮກສ່ຽວກັບບັນດາບ້ານທົ່ວແຂວງ ແລະ ຜ່ານຮ່າງບົດບັນທຶກແຮກສ່ຽວ ເປັນຕົ້ນ: ຄະນະໂຄສະນາອົບຮົມແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ຫ້ອງການສຶກສາທິການ ແລະ ກິລາເມືອງ ແຮກສ່ຽວ ກັບບ້ານທົ່ງຮັກ. ພ້ອມນີ້ ບັນດາພະແນກການຂອງແຂວງ, ເມືອງ ແລະ ອົງການປົກຄອງບ້ານ ໄດ້ຂຶ້ນຈັບມືແຂ່ງຂັນ ຢ່າງເປັນທາງການ.

ໂອກາດນີ້ ທ່ານ ນາງ ຄໍາສີ ສິດທິວໍລະດາ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມໃນຄັ້ງນີ້ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແຜນຍຸດທະສາດໂດຍຫັນເອົາວຽກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບບ້ານ, ລົງຮາກຖານແບບແຮກສ່ຽວ ຕາມສາຍຕັ້ງ ເພື່ອໃກ້ສິດຕິດແທດ ກັບບ້ານ, ສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເຮັດໃຫ້ບ້ານມີຄວາມສະຫງົບປອດໄພ, ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ເຮັດໃຫ້ລະບົບການເມືອງ ແລະ ການປົກຄອງບ້ານມີຄວາມເຂັ້ມແຂງ, ມີແບບແຜນວິທີເຮັດວຽກ, ວິທີນໍາພາ, ປັບປຸງກົງຈັກການຈັດຕັ້ງບ້ານ ໃຫ້ມີຄວາມໜັກແໜ້ນ ເພື່ອນໍາພາການຈັດຕັ້ງປະຕິບັດໜ້າທີວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ພ້ອມທັງ ໃຫ້ສຶບຕໍ່ເອົາໃຈໃສ່ ສ້າງຄວາມສາມມັກຄີລະຫວ່າງບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ເມືອງ ແລະ ບ້ານ ໃຫ້ແໜ້ນແຟ້ນ, ຊ່ວຍກັນພັດທະນາບ້ານ ໃຫ້ກາຍເປັນບ້ານພັດທະນາ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດນອຍຖອຍລົງເທື້ອລະກ້າວ, ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ວິທີນໍາພາຂອງ 5 ໜ່ວຍງານຂັ້ນບ້ານ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ ຂອງຕົນ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
