ພິທີດັ່ງກ່າວໄດ້ຈັດຂື້ນຕອນເຊົ້າຂອງວັນທີ 01 ເມສາ 2025ນີ້ ຢູ່ທີ່ສະໂມສອນເມືອງລ້ອງຊານ ແຂວງໄຊສົມບູນ.ເຂົ້າຮ່ວມເປັນປະທານໂດຍສະຫາຍ ພົມມາ ແກ້ວບົວພາ ກໍາມະການພັກແຂວງ ເລຂາ-ຄະນະບໍລິຫານງານພັກເມືອງລ້ອງຊານ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ-ຮອງເລຂາໜ່ວຍພັກ,ຫ້ອງການກົມກອງ,ບ້ານ,ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດ ສະມາຊິກພັກຈາກໜ່ວຍພັກກົມກອງເຂົ້າຮ່ວມ.

ໃນວາລະສະຫາຍເລຂາ-ຄະນະບໍລິຫານງານພັກເມືອງກໍ່ໄດ້ຫວງຄືນເລົ່າມູນເຊື້ອຂອງວັນສ້າງຕັ້ງພັກປະຊາຊົນລາວໃນແຕ່ລະໄລຍະຂອງການນໍາພາ-ຊີ້ນໍາວຽກງານແນວຄິດການເມືອງ ເພື່ອວາງແນວທາງນະໂຍບາຍເຂົ້າໃນການຕໍ່ສູ້ກູ້ຊາດ ເພືອ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຍາດເອົາອະທິປະໄຕໃຫ້ຄົນລາວບັນດາເຜົ່າ ຈຶ່ງສາມາດຍາດໄດ້ໄຊຊະນະຢ່າງສົມບູນ ໃນນັ້ນ ສະຫາຍຍັງໄດ້ຍົກຜົນງານຂອງການຕໍ່ສູ້ຢູ່ແຕ່ລະຂົງເຂດເປັນຕົ້ນແມ່ນບັ້ນຮົບທ່າເຂດພາກໃຕ້, ບັ້ນຮົບກອງປັດໄຈພາກເໜືອ ແລະ ບັ້ນຮົບຂອງນາຍຄູຄໍາເຖິງມີຄວາມເກັ່ງກ້າພຽງໃດກໍ່ຕາມ ແຕ່ຍັງຂາດທາງດ້ານທິດສະດີໃນການວາງແນວທາງຊີ້ນໍາ-ນໍາພາຢ່າງສະຫຼະຊ່ອງສາ່ຍ ແລະ ແຂງແຮງ,ຖືກຕ້ອງຈຶ່ງບໍ່ໄດ້ຮັບໄຊຊະນະ ດັ່ງນັ້ນ ຕໍ່ມາຈຶ່ງໄດ້ສ້າງຕັ້ງພັກແຂວນລາວຂື້ນ ເພື່ອນໍາພາວຽກງານຮອບດ້ານ ແລະ ມາເຖິງວັນທີ 22 ມີນາ ປີ 1955ກໍ່ໄດ້ກອງປະຊຸມໃຫຍ່ຂອງພັກແຂວນລາວຂື້ນ ຢູ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນແລະ ປ່ຽນຊື່ມາເປັນພັກປະຊາຊົນລາວ ເພື່ອນໍາພາ-ຊີ້ນໍາທຸກຂົງເຂດວຽກງານຢ່າງປອດໃສ,ເຂັ້ມແຂງ,ໜັກແໜ້ນເປັນຕົ້ນໄດ້ນໍາເອົາແນວທາງທິດສະດີມາກ-ເລນິນມາຈັດຕັ້ງປະຕິບັດຕ້ານກັບຈັກກາພັດອາເມລິກາຈົນໄດ້ຮັບໄຊຊະເຖິງປະຈຸບັນ ໃຫ້ບັນດາສະຫາຍເຂົ້າຮ່ວມພິທີປາຖະກະຖາຄັ້ງນີ້ ໄດ້ຮັບຮູ້ ແລະ ນໍາເອົາຄວາມດີຄຸນງາມຂອງພັກປະຊາຊົນລາວໄປຈັດຕັ້ງປະຕິບັດຜັນຂະຫາຍາຍຢູ່ໃນຄວາມຮັບຜິດຊອບຂອງຕົນເປັນຕົ້ນແມ່ນຢູ່ຮາກຖານພັກໃຫ້ມີຄວາມປອດໃສ,ເຂັ້ມແຂງ,ໜັກແໜ້ນກວ່າເກົ່າ ນອກຈາກນັ້ນ ສະຫາຍຍັງໄດ້ເໜັ້ນໃຫ້ບັນດາສະຫາຍ ຈົ່ງຍົກສູງບົດບາດ,ຫຼັກການຂອງພັກໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວໄປຕາມລະຍຸບໃນສະໄໝໃໝ່ໃຫ້ມີຄວາມເຂັ້ມແຂງກວ່າເກົ່າ ພ້ອມດຽວກັນນັ້ນ ສະຫາຍ ຫົວໜ້າ-ຄະນະຈັດຕັ້ງເມືອງລ້ອງຊານ ກໍ່ໄດ້ຂື້ນຜ່ານບົດສະຫຼຸບກ່ຽວກັບການປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈໍາປີ2024 ຢູ່ເມືອງລ້ອງຊານທັງໝົດມີ 65 ໜ່ວຍພັກ,ໄດ້ຮັບຮອງເຂົ້າແຜນການປະເມີນເປັນ ໜ່ວຍພັດປອດໃສ,ເຂັ້ມແຂງ,ໜັກແໜ້ນ 58 ໜ່ວຍພັກ ແລະ ຜ່ານການປະເມີນຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ສາມາດປະເມີນເປັນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັ້ກແໜ້ນໄດ້ 54 ໜ່ວຍພັກໃນທົ່ວເມືອງ ແລະ ທິດທາງແຜນການປີ2025ຈະສືບຕໍ່ຄົ້ນຄວ້າ ຮັບຮອງເອົາ 65 ໜ່ວຍພັກເຂົ້າແຜນການປະເມີນເປັນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນໃຫ້ໄດ້ 100%.

ນອກນັ້ນ ສະຫາຍຍັງໄດ້ຜ່ານມະຕີຕົກລົງຂອງຄະນະປະຈໍາແຂວງໄຊສົມບູນ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈໍາປີ 2024 ເຊິ່ງຢູ່ເມືອງລ້ອງຊານ ສາມາດຮັບຮອງເອົາ 54 ໜ່ວຍພັກທີ່ປະຕິບັດໄດ້ຕາມມາດຖານ-ເງື່ອນໄຂຂອງການສ້າງໜ່ວຍພັກປອດໃສ,ເຂັ້ມໜັກແໜ້ນ ພ້ອມສະເໜີບັນດາສະຫາຍ ຢູ່ໃນ 54 ໜ່ວຍພັກຕ່າງໜ້າ ຂື້ນຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈໍາປີ 2024 ໃຫ້ກຽດຂື້ນມອບໂດຍສະຫາຍ ເລຂາ-ຄະນະບໍລິຫານງານພັກເມືອງລ້ອງຊານຢ່າງສົມກຽດ ຫັຼງຈາກນັ້ນ ສະເໜີ 65 ໜ່ວຍພັກໃນທົ່ວເມືອງຂື້ນຈັດມືຖືແຂນ ເພື່ອແຂງຂັນປະຈໍາປີ 2025 ໃຫ້ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມແຜນທີ່ໄດ້ວາງໄວ້. ວາລະທ້າຍສະຫາຍປະທານ ໄດ້ຮຽກຮ້ອງ 65 ໜ່ວຍພັກທີ່ໄດ້ຈັດມືຖຶືແຂນຄັ້ງນີ້ ຈົ່ງສືບຕໍ່ຮັກສາມູນເຊື້ອທີຍາດມາໄດ້, ເປັນເຈົ້າການໃນການນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ, ສະມາຊິກພັກພາຍໃນໜ່ວຍພັກຂອງຕົນໃຫ້ມີຄວາມບຸກບືນຫ່າວຫັນຕໍ່ໜ້າທີວຽກງານທີຂັ້ນເທິງມອບໝາຍໃຫ້.
