ພິທີປະກາດແຮກສ່ຽວ ລະຫວ່າງ ຄະນະໂຄສະນາອົບຮົມແຂວງ,ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງລ້ອງຊານ ກັບ ບ້ານດອນສໍາພັນ.
ພິທີດັ່ງກ່າວໄດ້ຈັດຂຶ້ນຕອນເຊົ້າຂອງວັນທີ 30 ເມສາ 2025 ຢູ່ທີ່ຫ້ອງການບ້ານດອນສໍາພັນ ເມືອງລ້ອງຊານແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສຸກຊົ່ງ ຕົ່ງສື ຮອງຫົວໜ້າ-ຄະນະໂຄສະນາອົບຮົມແຂວງໄຊສົມບູນ, ທ່ານ ໄມພອນ ເສນາມົນຕີຫົວໜ້າຂະແໜງຖະແຫຼງຂ່າວແຂວງໄຊສົມບູນ ພ້ອມດ້ວຍທີມງານ ຂັ້ນແຂວງ-ເມືອງ, ມີທ່ານ ຢ່າງອື ຢ່າຫວາລີ ນາຍບ້ານດອນສໍາພັນ,ກອງກໍ່ສ້າງຮາກຖານປະຈໍາບ້ານ ແລະ ມີບັນດາຂະແໜງການຂອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.
ໃນວະລາໄດ້ຮັບຟັງການລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວ ຂອງບ້ານໂດຍຫຍໍ້ຈາກ ທ່ານ ນາຍບ້ານດອນສໍາພັນ ໂດຍສະເພາະທ່ານກໍ່ໃຫ້ຮູ້ກ່ຽວກັບຈຸດດີ,ຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງບ້ານໄລຍະ 06 ເດືອນຜ່ານມາ ໃຫ້ບັນດາທ່ານເຂົ້າຮ່ວມພິທີຄັ້ງນີ້ ໄດ້ຮັບຮູ້ ນອກນັ້ນ ທ່ານໄດ້ສະເໜີໃຫ້ບັນດາຂະແໜງການຂອງບ້ານມີຄໍາເຫັນແລກປ່ຽນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານໃນ 6 ເດືອນທ້າຍປີບັນລຸຕາມແຜນທີ່ກໍານົດໄວ້ ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະບໍລິຫານງານແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃຫ້ບັນດາພະແນກການ, ອົງການ, ກົມກອງຂອງເມືອງ(ລົງເລີກສະເພາະມາດຕາກ່ຽວຂ້ອງ) ແລະ ຜ່ານເນື້ອໃນບົດບັນທຶກແຮກສ່ຽວ ລະຫວ່າງ ຄະນະໂຄສະນາອົບຮົມແຂວງ,ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ,ຄະນະໂຄສະນາອົບຮົມເມືອງ, ຫ້ອງການ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ກັບ ບ້ານດອນສໍາພັນ ຈາກທ່ານ ໂຊະລໍ່ ໜາວຄົວຢົງສື ຫົວໜ້າ-ຄະນະໂຄສະນາອົບຮົມເມືອງລ້ອງຊານ ໃຫ້ບັນດາທ່ານໄດ້ຮັບຊາບ ເປັນຕົ້ນແມ່ນການຈັດຕັ້ງຂອງບ້ານ ຈົ່ງຮັບຮູ້ ແລະ ນໍາໄປຜັນຂະຫຍາຍໃຫ້ແກ່ພາກສ່ວນທີ່ບໍ່ໄດ້ເຂົ້າພິທີປະກາດຄັ້ງນີ້ໄດ້ຮັບຟັງ ນອກຈາກນັ້ນ ທ່ານກໍ່ໄດ້ສະເໜີໃຫ້ບັນດາທ່ານແລກປ່ຽນປະກອບຄໍາເຫັນຕໍ່ເນື້ອໃນຂອງບົດບັນທຶກການແຮກສ່ຽວດັ່ງກ່າວ ໃຫ້ມີເນື້ອໃນຮັດກຸມ, ຖືກຕ້ອງຕາມສະພາບຕົວຈິງຂອງບ້ານ ໃນໂອກາດດຽວການນີ້ ສະເໜີຕ່າງໜ້າພາກສ່ວນກ່ຽວຂ້ອງຂອງແຂວງ-ເມືອງ ແລະ ບ້ານ ຂຶ້ນເຊັນບົດບັນທຶກແຮກສ່ຽວ ລະຫວ່າງ ຄະນະໂຄສະນາແຂວງ,ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ,ຄະນະໂຄສະນາເມືອງ, ຫ້ອງການ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ກັບ ບ້ານດອນສໍາພັນຢ່າງເປັນທາງການ ແລະ ພ້ອມກັນຈັບມືແຂງຂັນສູ້ຊົນຕໍ່ໜ້າວຽກແຕ່ລະດ້ານທີ່ໄດ້ວາງໄວ້ ໃນ 6 ເດືອນທ້າຍປີໃຫ້ບັນລຸຄາດໝາຍ.
ວາລະທ້າຍຄະນະປະທານມີຄໍາເຫັນຕໍ່ພິທີ ເຊິ່ງທັງສອງທ່ານກໍ່ໃຫ້ຮູ້ວ່າ: ພາຍຫຼັງບັນດາພະແນກການກ່ຽວຂ້ອງຂອງແຂວງ,ເມືອງໄດ້ແຮກສຽວກັບບ້ານ ແຕ່ລະຂະແໜງການຂອງບ້ານເປັນຕົ້ນແມ່ນຄະນະບ້ານ ຈົ່ງເປັນເຈົ້າການໃນການປະສານງານຫາພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງ ເພື່ອມີການປຶກສາຫາລື, ຄົ້ນຄວ້າ, ປັບປູງ, ແກ້ໄຂວຽກງານຮອບດ້ານຂອງບ້ານໃນ 6 ເດືອນທ້າຍປີໃຫ້ມີຄວາມເຂັ້ມແຂງ ແລະ ບັນລຸຄາດໝາຍທີກໍານົດໄວ້.