ຮອງປະທານຄະນະບໍລິຫານງານສູນກາງ ສະຫະພັນກຳມະການລາວ ພ້ອມດ້ວຍຄະນະ ເຂົ້າພົບປະການນໍແຂວງໄຊສມບູນ.

ເນື່ອງໃນໂອກາດ ສະຫາຍ ນາງ ອາລິຍະວັນ ອັກຄະວົງ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງ ສະຫະພັນກຳມະການລາວ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ສະຫາຍ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະການນໍາແຂວງ ໃນຕອນເຊົ້າຂອງວັນທີ 29 ເມສາ ນີ້ ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງສະຫາຍ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ພ້ອມດ້ວຍ ຄະນະສະຫະພັນກຳມະການແຂວງ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ນາງ ອາລິຍະວັນ ອັກຄະວົງ ໄດ້ແຈ້ງຈຸດປະສົງໃຫ້ທ່ານ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະໄດ້ຮັບຊາບ ຊຶ່ງການລົງມາເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນໃນຄັ້ງນີ້ ກໍເພື່ອລົງມາຊຸກຢູ້ວຽກງານການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ່ lll ຂອງສະຫະພັນກຳມະບານແຂວງ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ໂດຍສະເພາະແມ່ນການກະກຽມທາງດ້ານເນື້ອໃນ ແລະ ດ້ານບຸກຄະລາກອນ ເພື່ອໃຫ້ມີຄວາມພ້ອມຮອບດ້ານ ທັນຕາມກຳນົດເວລາ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ຈາກນັ້ນ ສະຫາຍ ບົວພັນ ອິນທະປັນຍາ ໄດ້ໄດ້ກ່າວສະແດງຂອບໃຈ ແລະ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ຕີລາຄາສູງ ຕໍ່ການລົງມາເຄື່ອນໄຫວຽກງານ ກໍຄືການລົງມາຊຸກຢູ້ວຽກງານການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ່ lll ຂອງສະຫະພັນກຳມະບານ ແຂວງໄຊສົມບູນ ພ້ອມນີ້ ສະຫາຍ ຍັງໄດ້ຍົກໃຫ້ເຫັນສະພາບການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານແຂວງ ໃຫ້ສະຫາຍຮອງປະທານສູນກາງສະຫະພັນກະມະບານ ພ້ອມດ້ວຍຄະນະ ໄດ້ຮັບຟັງໂດຍຫຍໍ້ ຊຶ່ງຕະຫຼອດໄລຍະຜ່ານມາທາງຄະນະນຳແຂວງ ກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານກຳມະບານດ້ວຍຄວາມຜິດຊອບສູງ ເຮັດໃຫ້ວຽກງານມີຜົນສຳເລັດເປັນກ້າວໆມາ ສຳລັບການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ lll ຂອງສະຫະພັນກຳມະບານ ແຂວງ ມາຮອດປັດຈຸບັນແມ່ນມີຄວາມພ້ອມຮອບ ດ້ານເປັນທີ່ຮຽບຮ້ອຍແລ້ວ .
ໃນໂອກາດນີ້ ສະຫາຍ ຮອງປະທານຄະນະບໍລິຫານງານສູນກາງ ສະຫະພັນກຳມະການລາວ ຍັງໄດ້ນຳເອົາຄອມພິວເຕີ ຈໍານວນ 2 ຊຸດ ມາມອບໃຫ້ແກ່ສະຫະພັນກຳມະບານ ແຂວງໄຊສົມບູນ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa