ກອງບັນຊາການທະຫານແຂວງໄຊສົມບູນ ຈັດພິທີປາຖະກະຖາ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ( 14 ເມສາ 1955 – 14 ເມສາ 2025 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ເມສາ 2025 ນີ້, ພາຍໃຕ້ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັ.ອ ສຸດໃຈ ເຈີບົວແພງ ຄະນະປະຈໍາພັກ ກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ, ມີພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍສະມາຊິກຊາວໜຸ່ມ ອົງການ 5 ຫ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ພັ.ອ ສຸດໃຈ ເຈີບົວແພງ ໃຫ້ກຽດປາຖະກະຖາ ເລົ່າຄືນມູນເຊື້ອ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນ ປະວັດການກໍາເນີດເຕີບໃຫຍ່ເຂັ້ມແຂງ ແລະ ບົດບາດວິລະກໍາຂອງຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນພາລະກິດຕໍ່ສູ້ກູ້ຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງຊາວໜຸ່ມລາວ ແຕ່ລະຮຸ່ນໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນພາລະກິດປະຕິວັດຂອງພັກ ໃນການເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມຖັນແຖວຊາວໜຸ່ມ ປະຕິບັດຕາມພາລະບົດບາດ ເປັນກໍາລັງນໍາໜ້າປະຈັນບານໃນທຸກສະໜາມຮົບ ແລະ ທຸກຂົງເຂດວຽກງານ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ, ມີອິດສະ ຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຖັນແຖວຊາວໜຸ່ມກໍ່ໄດ້ເປັນເຈົ້າການປະກອບສ່ວນປະຕິບັດ 2 ໜ້າທີຍຸດທະສາດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງຍາມໃດຊາວໜຸ່ມກໍ່ໄດ້ສະແດງໃຫ້ເຫັນເຖິງບົດບາດອັນຕັ້ງໜ້າ, ເປັນກໍາລັງແຮງສໍາຄັນຕໍ່ການພັດທະນາ ແລະ ເປັນກະດູກສັນຫຼັງຂອງຊາດ, ເປັນແຂນຂວາຂອງພັກ, ທັງເປັນຜູ້ສືບທອດທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າໂດຍຕະຫຼອດມາ, ພ້ອມດຽວກັນນີ້ ສະຫາຍ ຍັງຮຽກຮ້ອງມາຍັງສະມາຊິກຊາວໜຸ່ມ ອົງການ 5 ຫ້ອງ ໃນການປາຖະກະຖາໃນຄັ້ງນີ້ ກໍ່ເພື່ອເປັນການສຶກສາອົບຮົມຖັນແຖວ ສະມາຊິກຊາວໜຸ່ມໃຫ້ເຊື່ອມຊຶມກໍາແໜ້ນ ມູນເຊື້ອຂອງຊາວໜຸ່ມແຕ່ລະຮຸ່ມ ເພື່ອເປັນພື້ນຖານບ່ອນອີງ ໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນສົມບັດສິນປະຕິວັດກາຍເປັນຊາວໜຸ່ມຜູ້ສືບທອດທີ່ດີຂອງກົມກອງ.