ພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວຄົບຮອບ 70 ປີ ຢູ່ ແຂງໄຊສົມບູນ

ແຂວງໄຊສົມບູນ ໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວຄົບຮອບ 70 ປີ (ວັນທີ 14 ເມສາ 1955-14 ເມສາ 2025) ໃນຕອນເຊົ້າຂອງວັນທີ 22 ເມສາ ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ເລັ່ງຊົ່ງ ຕົ່ງສີ, ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ມີສະຫາຍ ເຍ່ຍຊົ່ງ ຫວັງທ່າວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຊົມການຖ່າຍທອດສົດ ການສະແດງສິລະປະຂອງນ້ອງໆຊາວໜຸ່ມ, ເຍົາວະຊົນ, ສາລະຄະດີມູນເຊຶ້ອຊາວໜຸ່ມ 70 ປີ, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສຊປລ ຂຶ້ນ ມີຄໍາເຫັນພາຍໃຕ້ຫົວຂໍ້: ມູນເຊື້ອ 70 ປີ ແຫ່ງການກຳເນີດ, ເຕີບໃຫຍ່ເຂັ້ມແຂງ ຂອງ ຄຊປປລ (14 ເມສາ 1955-14 ເມສາ 2025).ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວສູນທອນພົດ. ການໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວຄົບຮອບ 70 ປີ (ວັນທີ 14 ເມສາ 1955-14 ເມສາ 2025) ກໍເພື່ອຫວນຄືນມູນເຊື້ອອັນດີງາມຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຊຶ່ງມີມູນເຊື້ອອົງອາດກ້າຫານ, ມີປະຫວັດສາດອັນຍາວນານ ໃນການເຕົ້າໂຮມຄວາມສາມມັກຄີ ຊຶ່ງຢູ່ໃນໄລຍະປະຫວັດສາດນັ້ນ ໄດ້ກຳເນີດບັນພະບຸລຸດ ແລະ ວິລະຊົນຜູ້ທີ່ມີຊື່ສຽງຮຽງນາມຫຼາຍທ່ານ ພວກເພິ່ນເຫຼົ່ານັ້ນ ໄດ້ກາຍເປັນສັນຍາລັກແຫ່ງຄວາມເດັດດ່ຽວໜຽວແໜ້ນ ແລະ ເປັນສັນຍາລັກແຫ່ງຄວາມກ້າຫານບໍ່ຍອມຈຳນົນຂອງຄົນລາວເພື່ອຄວາມເປັນເອກະລາດ ໂດຍແມ່ນພັກປະຊາຊົນປະຕິວັດລາວໃນເມື່ອກ່ອນ ແລະ ແມ່ນພັກປະຊາຊົນປະຕິວັດລາວ ໃນປະຈຸບັນ ໂດຍປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດໄດ້ສ້າງຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ນຳພາໂດຍກົງຮອບດ້ານ, ພາຍໃຕ້ຮົ່ມທຸງຂອງພັກນັ້ນການຈັດຕັ້ງຊາວໜຸ່ມໄດ້ມີການເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບໃໝ່, ຊຶ່ງໄດ້ສ້າງຜົນງານ ແລະ ວິລະກຳອັນໃຫຍ່ຫຼວງທີ່ໄດ້ຈົດບັນທຶກໄວ້ໃນໜ້າປະຫວັດສາດຂອງຊາດລາວ.

ໃນອາດີດ ກໍຄືປັດຈຸບັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອບົດບາດປະຈັນບານຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ມະຕິກອງປະຊຸມໃຫຍ່ແຕ່ລະສະໄໝຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມລາວທົ່ວປະເທດ ແລະ ເນື້ອໃນຂໍ້ແຂ່ງຂັນແຕ່ລະໄລຍະ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ 4 ບຸກທະລຸຂອງພັກ ມາເປັນເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຕິດພັນກັບມະຕິ 3 ສ້າງຂອງກົມການເມືອງສູນກາງພັກນີ້ແມ່ນການຫັນປ່ຽນ ແລະ ທວງທ່າທີ່ກ້າວໜ້າ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຊາວໜຸ່ມ-ເຍົາວະຊົນ ໃນໄລຍະໃໝ່ ເພື່ອໃຫ້ສົມດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ໄດ້ມອບນາມມະຍົດໄວ້ໃຫ້ຊາວໜຸ່ມທີ່ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ. ທັງໝົດນັ້ນ ແມ່ນມູນເຊື້ອອັນລວມຍອດຂອງຊາວໜຸ່ມລາວ ທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ໃນການເຮັດສຳເລັດພາລະກຳປະຫວັດສາດຂອງຕົນກໍ່ຄື ປົດປ່ອຍປະເທດຊາດ ແລະ ພວມເສີມຂະຫຍາຍບົດບາດປະຈັນບານເຂົ້າໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ. ໂອກາດດັ່ງກ່າວຍັງໄດ້ຮັບຊົມ ຕາງໜ້າຫຼານນ້ອຍ ເຍົາວະຊົນ ຂຶ້ນອ່ານສານອວຍພອນ 70 ປີ ຄຊປປລ (14 ເມສາ 1955-14 ເມສາ 2025)ອີກດ້ວຍ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa