ກອງປະຊຸມ ສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025.

ແຂວງໄຊສົມບູນ ສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025 ໃນຕອນເຊົ້າຂອງວັນທີ 22 ເມສາ ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພ້ອມດ້ວຍເລຂາໜ່ວຍພັກ ຫົວໜ້າພະແນກການ, ອົງການ – ກົມກອງ ອ້ອມຂ້າງແຂວງ ຕະຫຼອດຮອດເລຂາພັກເມືອງ ເຈົ້າເມືອງ ທັງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ອຸດອນ ສິງດາລາ, ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄດ້ຂຶ້ນຜ່ານຮ່າງບົດລາຍງານສະຫຼຸບຕີລາຄາ, ວຽກງານກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2024 ແລະ ວາງທິດທາງ ແຜນການປີ 2025 ເຊິ່ງໃນໄລຍະໜຶ່ງປີຜ່ານມາ ຄະນະປະຈໍາພັກແຂວງ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຖືສໍາຄັນວຽກງານການເມືອງ-ແນວຄິດເປັນກົກ, ໂດຍຫັນເອົາແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍ ແລະ ບັນດາເອກະສານຕ່າງໆຂອງສູນກາງ, ແຂວງ, ເມືອງ ລົງເຜີຍແຜ່, ເຊື່ອມຊຶມໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນ, ກໍາລັງປະກອບອາວຸດ, ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ເປັນປົກກະຕິ ໂດຍປະຕິບັດຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ເຮັດໃຫ້ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ ໂດຍຕິດພັນກັບການຂະຫຍາຍສະມາຊິກພັກ ເຊິ່ງຜ່ານການປັບປຸງເຮັດໃຫ້ກົງຈັກການຈັດຕັ້ງໃນລະບົບການເມືອງທົ່ວແຂວງ ມີການຈັດຕັ້ງຮາກຖານພັກ ທັງໝົດ 381 ໜ່ວຍ, ມີສະມາຊິກພັກທັງໝົດ 5,406 ສະຫາຍ, ຍິ່ງ 1,089 ສະຫາຍ, ນອກຈາກນັ້ນ ຄະນະພັກ, ໜ່ວຍພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊິ່ງສາມາດສ້າງໄດ້ 301 ໜ່ວຍພັກ ພ້ອມນັ້ນ ລະບົບການບໍລິຫານການປົກຄອງຢູ່ຂັ້ນຮາກຖານບ້ານ ໄດ້ປັບປຸງ ແລະ ປະຕິບັດຕາມ 5ໜ່ວຍງານ, 15 ຕໍາແໜງງານ, ອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຢູ່ຂັ້ນຮາກຖານກໍໄດ້ມີການຂະຫຍາຍ ແລະ ປັບປຸງ

ນອກຈາກນັ້ນ ຄະນະບໍລິຫານງານພັກແຂວງ, ກໍຄືຄະນະພັກ-ຄະນະບັນຊາໄດ້ຫັນເອົາກໍາລັງຂັ້ນແຂວງ, ຂັ້ນເມືອງສົມທົບກັບສອງກໍາລັງຂອງກະຊວງ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ລົງປະຈໍາຢູ່ບັນດາບ້ານຈຸດສຸມ ເພື່ອສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃນນີ້ເກັບອາວຸດເຖື່ອນ ອາວຸດລ່າເນື້ອ ໄດ້ 6ກະບອກ, ປືນສັ້ນ 4ກະບອກ, ລົດຈັກ 10 ຄັນ, ລົດກະບະ 1 ຄັນ, ເງິນກີບ 116,247,000 ກີບ, ສຸມໃສ່ແກ້ໄຂບັນຫາຢ່າເສບຕິດທົ່ວແຂວງ ເຊິ່ງສາມາດມ້າງເປົ້າໝາຍຄ້າ-ຂາຍຢ່າເສບຕິດ ໄດ້ 28 ລາຍ, ກັກຕົວຜູ້ຕ້ອງຫາໄດ້ 577 ຄົນ, ຍິງ38 ຄົນ ນອກຈາກນັ້ນ ວຽກງານທາງດ້ານວັດທະນະທໍາ-ສັງຄົມ ກໍໄດ້ຈັດຕັ້ງປະຕິບັດສໍາເລັດຕາມຄາດໝາຍ ພ້ອມດຽວກັນນີ້ ໃນປີ 2024 ທົ່ວແຂວງມີຄອບຄົວພົ້ນທຸກ 13, 091 ຄອບຄົວ, ເທົ່າກັບ 84,11% ບ້ານພົ້ນທຸກມີ 68 ບ້ານ, ເທົ່າກັບ 76,40% ຄອບຄົວພັດທະນາ ມີ 10,850 ຄອບຄົວ ເທົ່າກັບ 69,71%, ບ້ານພັດທະນາມີ 19 ບ້ານ ເທົ່າກັບ 21,34% ນອກຈາກນັ້ນ ຍັງສໍາເລັດການຈັດຕັ້ງປະຕິບັດແຜນການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ຈໍານວນ 1 ບ້ານ ຄື ບ້ານອ້ອມ ເມືອງອະນຸວົງ, ສໍາລັບວຽກງານສາມສ້າງ ໂດຍກໍານົດເອົາ 5 ເມືອງ, 90ບ້ານ ໃນທົ່ວແຂວງ ຜ່ານການຈັດຕັ້ງປະຕິບັດ ແລະ ປະເມີນຕາມເງື່ອນໄຂມາດຖານ ເຫັນວ່າ ແຂວງປະເມີນໄດ້ 7 ດ້ານ 66 ຕົວຊີ້ບອກ, ບັນລຸ 3 ດ້ານ 46 ຕົວຊີ້ບອກ ທຽບໃສ່ແຜນປີແມ່ນຈັດຕັ້ງປະຕິບັດໄດ້ 42%. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານວຽກງານຂອງຕົນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ໃສ່ຕໍ່ວຽກງານດັ່ງກ່າວ ຢ່າງກົງໄປ-ກົງມາ ແລະພາວະວິໃສ ທັງນີ້ກໍເພື່ອຈະໄດ້ພ້ອມກັນແກ້ໄຂວຽກງານດັ່ງກ່າວໃນຕໍ່ໜ້າ ໃຫ້ດີຂຶ້ນເລື້ອຍໆ.

ໃນໂອກາດທີ່ມີຄວາມໝາຍ-ຄວາມສໍາຄັນນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຕະຫຼອດຮອດ ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຢ່າງເປັນປົກກະຕິຕໍ່ເນື່ອງ ແລະ ທົ່ວເຖິງທຸກເປົ້າໝາຍ, ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຕິດພັນກັບການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດຢ່າງເເຂງເເຮງ, ຂຸດຄົ້ນ ແລະ ນໍາໃຊ້ທຸກທ່າແຮງບົ່ມຊ້ອນ ຄຽງຄູ່ກັບການຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າ ໂດຍເລັ່ງໃສ່ການປູກ-ການລ້ຽງ, ການແປຮູບຜົນຜະລິດ ທີ່ຕິດພັນກັບການຕະຫຼາດ ເພື່ອສ້າງເປັນມູນຄ່າເພີ່ມໃຫ້ແກ່ປະຊາຊົນ, ດຶງດູດການລົງທຶນຢ່າງມີການເລືອກເຟັ້ນ ເພື່ອພັດທະນາເຂດຈຸດສຸມທີ່ໄດ້ກໍານົດໄວ້. ນອກຈາກນັ້ນກໍເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກໃຫ້ແຂງແຮງ ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຕິດແໜ້ນກັບການສ້າງບ້ານ ເເລະ ກຸ່ມບ້ານພັດທະນາ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຢູ່ແຕ່ລະຮາກຖານ, ແຕ່ລະຈຸດສຸມໃຫ້ເກີດດອກອອກຜົນ ແລະ ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa