
ໃນຕອນເຊົ້າວັນທີ 13 ສິງຫາ 2025 ນີ້ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນ ສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950–13 ສິງຫາ 2025) ຢູ່ທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບູນເຕັງ ລັດຕະນະໄຕ ຄະນະປະຈຳພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊິ້ນຳວຽກງານວັດທະນະທຳ-ສັງຄົມ, ມີບັນດາຫົວໜ້າ, ຄະນະຫ້ອງການ ພ້ອມພະນັກງານ-ລັດຖະກອນຂອງເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ເນັ້ງທ່າວ ເພຍຫຼວງ ກຳມະການພັກເມືອງ, ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ເລົ່າປະຫວັດ, ມູນເຊື້ອວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ໃນການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ໃນຕະຫຼອດໄລຍະ 75 ປີຜ່ານມາ ເຊິ່ງວຽກງານດັ່ງກ່າວ ຍັງເປັນສື່ນຳໜ້າໃນການເຮັດໜ້າທີ່ເຜີຍແຜ່ແນວທາງຂອງພັກ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ນອກຈາກນີ້ກໍ່ຍັງເປັນສື່ໃນການຊິ້ແຈ້ງບັນຫາປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ຂ່າວປອມ, ການໃສ່ຮ້າຍປ້າຍສີບິດເບືອນແນວທາງຂອງພັກ, ພາຍຫຼັງຢືດອຳນາດຂອງປະຊາຊົນລາວບັນດາເຜົ່າ ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍຍັງເປັນກະບອກສຽງຂອງພັກທີ່ເຮັດໜ້າທີ່ໂຄສະນາປຸກລະດົມຂົນຂວາຍມວນຊົນ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການພັດທະນາ.

ໃນຕອນທ້າຍ ບູນເຕັງ ລັດຕະນະໄຕ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເໜັ້ນໃຫ້ບັນທ່ານ ຫົວໜ້າ-ຄະນະຫ້ອງການ, ກົມກອງ ຈົ່ງກຳແໜ້ນບັນດາເນື້ອໃນເອກະສານດັ່ງກ່າວ ໄປຜັນຂະຫຍາຍຕໍ່ໜ້າທີ່ວຽກງານຂອງຕົນ ພ້ອມທັງ ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ຖັນແຖວພະນັກງານ-ລັດຖະກອນ ໃຫ້ຮັບຮູ້, ເຂົ້າໃຈ ເພື່ອເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນດີຂຶ້ນເທື່ອລະກ້າວ, ພິເສດແມ່ນເພື່ອເຮັດໃຫ້ສາມາດສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະພາບທົ່ວເຖິງ ແລະ ມີປະສິດທີຜົນສູງຂຶ້ນ.