ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະກະຖາ ວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ ຂຶ້ນໃນຕອນເຊົ້າຂອງວັນທີ 5 ກັນຍາ 2025 ນີ້ ທີຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການ ປາຖະກະຖາ ຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ ພ້ອມດ້ວຍ ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຮັບຟັງ.
ຈາກນັ້ນ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ປາຖະກະຖາ ວັນຊາດ ສາທາລະນະລັດ ສັງນົມນິຍົມຫວຽດນາມ ຊຶ່ງທ່ານ ໄດ້ຍົກໃຫ້ເຫັນບາງຕອນເຫດການສຳຄັນ ກ່ຽວກັບປະຫວັດສາດຂອງປະເທດຫວຽດນາມເມື່ອ 80 ປີກ່ອນ ຈົນເຖິງປັດຈຸບັນ ໃນການປະກາດເອກະລາດ ແລະ ປະກາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕຫວຽດນາມໃນເມື່ອກ່ອນ ກໍຄືສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນປະຈຸບັນ, ຊຶ່ງເປັນການໄຂສັງກາດໃໝ່ແຫ່ງເອກະລາດ ແລະ ສິດເສລີພາບຂອງປະຊາຊົນຫວຽດນາມ. ວັນທີ 2 ກັນຍາ 1945 ປະທານ ໂຮ່ຈິມິນ ຖະແຫຼງການປະກາດເອກະລາດ, ປະກາດໃຫ້ປະຊາຊົນທຸກຊົນເຜົ່າ ແລະ ໂລກໄດ້ຮັບຮູ້ກ່ຽວກັບການກຳເນີດ ຂອງປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ນີ້ກໍເປັນຂີດໝາຍອັນລໍ້າຄ່າຂອງປະຫວັດສາດ ຂອງຊາດຫວຽດນາມ ໂດຍຖືເອົາ ສັດຈະທຳທີ່ວ່າ; “ບໍ່ມີຫຍັງປະເສີດໄປກວ່າເອກະລາດ ແລະ ອິດສະຫຼະພາບ”, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພາຍຫຼັງ 3 ທົດສະວັດໃນການຕໍ່ສູ້ເປັນເວລາດົນນານ, ປະຊາຊົນຫວຽດນາມ ໄດ້ສາມັກຄີຮ່ວມ ກັນປະຕິບັດພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຜ່ານຜ່າທຸກຄວາມຫຍຸ້ງຍາກຢ່າງອົງອາດກ້າແກ່ນ ເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງປະເທດຊາດ, ສ້າງສາ ພັດທະນາປະເທດສາລະນະລັດສັງຄົມນິຍົມຫວຽດນາມ ໃຫ້ຮັ່ງມີເຂັ້ມແຂງເປັນກ້າວໆມາ.
ການຈັດພິທີປະຖະກະຖາວັນດັ່ງກ່າວນີ້ ກໍ່ເພື່ອເປັນການເສີມຂະຫຍາຍມູນເຊື້ອການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ສອງປະເທດລາວ-ຫວຽດນາມ-ຫວຽດນາມລາວ ທີ່ໄດ້ຮ່ວມກັນຄຽງບ່າຄຽງໄຫຼ່ ຕູໍ່ສູ້ກູ້ຊາດສັດຕູດຽວກັນ ທັງເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການປົກຮັກສາພັດທະນາປະເທດຊາດ ລະຫ່ວາງສອງປະເທດລາວ-ຫວຽດນາມ-ຫວຽດນາມລາວ “ທີ່ມີພຽງໜຶ່ງດຽວໃນໂລກ” ໃຫ້ຈະເລີນງອກງາມ ໜັ້ນຄົງຊົ່ວກາລະນານ. ພ້ອມດຽວກັນນັ້ນ, ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.