ພິທີປາຖະກະຖາວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 23 ປີ ຢູ່ເມືອງທ່າໂທມ

ໃນວັນທີ 2 ກັນຍາ 2025ນີ້, ທີ່ສະໂມສອນຫ້ອງວ່າການເມືອງທ່າໂທມ ໄດ້ມີພິທີ ປາຖະກະຖາວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມຄົບຮອບ 80 ປີ 2 ກັນຍາ 1945 ຫາ 2 ກັນຍາ 2025 ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 23 ປີ 9 ກັນຍາ 2002 ຫາ 9 ກັນຍາ 2025, ໂດຍການເປັນປະທານຂອງສະຫາຍ ສຸກສະເຫຼີມ ສົມມະນີ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານໃນຄະນະການນຳຂອງເມືອງ, ຫົວໜ້າ-ຄະນະຫ້ອງການ, ພະນັກງານອາວຸໂສບໍານານ, ນັກທຸລະກິດ, ຄະນະສະມາຄົມຊາວຫວຽດນາມ, ຕະຫຼອດຮອດພະນັກງານຫຼັກແຫຼງພາຍໃນເມືອງເຂົ້າຮ່ວມ.
ໃນພິທີ, ທ່ານ ບຸນໜັກ ຈັນທະເສນ ຫົວໜ້າຄະນະໂຄສະນາອົບຮົມເມືອງກໍ່ໄດ້ຂຶ້ນຜ່ານເອກະສານປາຖະກະຖາວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມຄົບຮອບ 80 ປີ 2 ກັນຍາ 1945 ຫາ 2 ກັນຍາ 2025, ຕະຫຼອດໄລຍະ 80 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມໄດ້ດຳເນີນການປະຕິວັດເດືອນສິງຫາ ເພື່ອຍາດຄືນອຳນາດມາໃຫ້ປະຊາຊົນ ຈົນໄດ້ຮັບໄຊຊະນະຢ່າງຈົບງາມ ໃນວັນທີ 2 ກັນຍາ ປີ 1945, ປະທານ ໂຮ່ຈິມິນ ຖະແຫຼງການປະກາດເອກະລາດ, ປະກາດໃຫ້ປະຊາຊົນທຸກຊົນເຜົ່າ ແລະໂລກໄດ້ຮັບຮູ້ກ່ຽວກັບການກຳເນີດ ຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະປະຈຸບັນກໍ່ແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ ນີ້ກໍ່ເປັນຂີດໝາຍອັນລໍ້າຄ່າຂອງປະຫວັດສາດຂອງຊາດຫວຽດນາມ, ໄດ້ນຳພາປະເທດຊາດຫວຽດນາມເຂົ້າສູ່ຍຸກແຫ່ງເອກະລາດ, ເສລີພາບເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ຈາກນັ້ນທ່ານ ພັທ ສູນທອນ ແສງຄໍາຢອງ ປະທານສະຫະພັນນັກຮົບເກົ່າເມືອງ ໄດ້ປາຖະກະຖາປະຫວັດຄວາມເປັນມາຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຊຶ່ງທ່ານໄດ້ຫວນຄືນມູນເຊື້ອແຫ່ງການກຳເນີດ ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ພົ້ນເດັ່ນ ໃນການເຄື່ອນໄຫວປະກອບສ່ວນໃນພາລະກິດປະຕິວັດຊາດ ປະຊາຕິປະໄຕ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ສະຫະພັນນັກຮົບເກົ່າມີບົດບາດສຳຄັນທີ່ສຸດ ເພາະວ່າພວກເພີ່ນໄດ້ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຶກສາອົບຮົມລູກຫຼານ, ຄົນຮຸ່ນໜຸ່ມໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນໍ້າໃຈສາມັກຄີເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາມູນເຊື້ອ ແລະ ວັດທະນະທຳອັນດີງາມຂອງຊາດ ຕິດພັນກັບການປົກປັກຮັກສາໝາກຜົນຂອງການປະຕິວັດ, ໃນປີ 2002 ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງ ສະບັບເລກທີ 68/ກມສພ ລົງວັນທີ 9 ກັນຍາ 2002 ວ່າດ້ວຍການສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີພາລະບົດບາດເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນດ້ານວຽກງານຂົນຂວາຍ, ເຕົ້າໂຮມ, ຈັດຕັ້ງ ແລະ ສຶກສາອົບຮົມຖັນແຖວນັກຮົບເກົ່າໃຫ້ຮັກສາທາດແທ້ມູນເຊື້ອອັນດີງາມຂອງການປະຕິວັດ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ຕະຫຼອດໄລຍະ 23 ປີ ຜ່ານມາ ຄະນະສະຫະພັນນັກຮົບເກົ່າແຕ່ລະຂັ້ນໄດ້ຮັບການປັບປຸງ ແລະ ພັດທະນາ ໃຫ້ມີການເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ແລະ ຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນ ໄດ້ປະຕິບັດພາລະບົດບາດສຶກສາອົບຮົມໃຫ້ສະມາຊິກພັກ ນັກຮົບເກົ່າ ປົກປັກຮັກສາ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ກໍໄດ້ຊີ້ນໍາ-ນໍາພາ ແລະ ຈັດຕັ້ງເຄື່ອນໄຫວວຽກງານ ຂອງຕົນຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ອຸດົມການຂອງຖັນແຖວສະຫະພັນນັກຮົບເກົ່າ ພ້ອມທັງ ສູ້ຊົນພັດທະນາຕົນເອງໃນດ້ານຕ່າງໆຢ່າງຕັ້ງໜ້າ, ເປັນເຈົ້າການນໍາພາການຜະລິດສ້າງແຫຼ່ງລາຍຮັບ ເພື່ອແກ້ໄຂຊິວິດການເປັນຢູ່, ເບິ່ງແຍງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມພົບຄວາມຫຍຸ້ງຍາກ.
ໃນພິທີທີ່ມີຄວາມໝາຍໃນຄັ້ງນີ້ສະຫາຍ ສຸກສະເຫຼີມ ສົມມະນີ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມເຊິ່ງສະຫາຍໃຫ້ຮູ້ຕື່ມວ່າ: ພິທີປະຖະກະຖາ ກໍ່ຄືການສະເຫຼີມສະລອງວັນຊາດແຫ່ງສະທາລະນະລັດສັງຄົມນິຍົມຫວຽດນາມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນ ກໍ່ຄືຄວາມເປັນພີ່ນ້ອງລະຫວ່າງສອງຊາດມີຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ໄດ້ຄຽງບ່າຄຽງໄຫຼ່ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບຖານອ້າຍນ້ອງລະຫວ່າງປະຊາຊົນສອງປະເທດພວກເຮົາໄດ້ຮັບການຫຼໍ່ຫຼອມຈາກການຕໍ່ສູ້ ແມ່ນປັດໄຈແຫ່ງໄຊຊະນະຂອງພາລະກິດຕໍ່ສູ້ກູ້ຊາດ, ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້ ແລະ ສະຫາຍກໍ່ໄດ້ອວຍພອນມາຍັງຊາວຫວຽດນາມທີ່ອາໃສຢູ່ເມືອງທ່າໂທມຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຊຸກຍູ້ ແລະ ສ້າງສາພັດທະນາເມືອງທ່າໂທມໃຫ້ກ້າວຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa