
ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ( 2/9/1945-2/9/2025 ) ການນຳແຂວງແຂວງໄຊສົມບູນ ນໍາໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແແຂວງ, ພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ພ້ອມດ້ວຍການນຳເມືອງອະນຸວົງ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນບໍລິສັດໂກເອກໂກ ປະຈໍາແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 2 ກັນຍາ ນີ້ ໂດຍການຕ້ອນຮັບຂອງ ທ່ານ ໂຮ່ ສີ ແມັງ ຜູ້ອໍານວຍການບໍລິສັດ ແຮ່ທາດ ແລະ ຫລອມໂລຫະວຽງຈັນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວສະແດງຄວາມປິຕິຊົມຊື່ນ, ຟາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄຳອວຍພອນໄຊອັນປະເສີດ ຄວາມສາມັກຄີມິດຕະພາບອັນດູດດືມ ມາຍັງທ່ານ ໂຮ່ ສີ ແມັງ ພ້ອມດ້ວຍຄະນະ ແລະ ພະນັກງານ ບໍລິສັດ ໂກເອກໂກ ຕະຫຼອດຮອດປະຊາຊົນຊາວຫວຽດນາມທຸກທົ່ວໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດ, ຫວຽດນາມ – ລາວ ໃຫ້ນັບມື້ແໜ້ນແຟ້ນ ຈະເລີນງອກງາມ ໝັ້ນຄົງທະນົງແກ່ນຊົ່ວກາລະນານ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

ຕະຫຼອດໄລຍະ 80 ປີ ຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກຄອມມູນິດຫວຽດນາມ ທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ, ມີຄວາມຈະເລີນຮຸ່ງເຮືອງ ແລະ ມັ່ງຄັ່ງເຂັ້ມແຂງ ຍ້ອນການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກຄອມມູນິດຫວຽດນາມ ກໍຄືລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຮ່ວມແຮງຮ່ວມໃຈກັນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລ ໃນສະໄໝຕໍ່ສູ້ກູ້ຊາດ ສອງພັກ-ສອງລັດ, ສອງຊາດລາວ-ຫວຽດນາມ ໄດ້ຮ່ວມກັນສູ້ຮົບ ແລະ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອຍາດເອົາຄວາມເປັນເອກະລາດຂອງແຕ່ລະຊາດ ຊຶ່ງມັນໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ບໍລິສຸດຜຸດຜ່ອງ ຄຽງບ່າຄຽງໄລ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນພາ ລະກິດສ້າງສາພັດທະນາປະເທດຊາດ ຂໍສະແດງຄວາມຂອບໃຈຕໍ່ພັກລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄືບໍລິສັດໂກເອໂກ ທີ່ໄດ້ປະກອບສ່ວນໃນການສ້າງສາ ແລະ ພັດທະນາ ແຂວງໄຊສົມບູນ ມາໂດຍຕະຫຼອດໄປ.
ພ້ອມນີ້ ທ່ານ ໂຮ່ ສີ ແມັງ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ທ່ານ ພອຍຄຳ ຮຸ່ງບຸນຍວງ ພ້ອມດ້ວຍຄະນະນໍາ ທີ່ໄດ້ເຂົ້າມາອວຍພອນວັນຊາດ ສສ ຫວຽດນາມ ໃນຄັ້ງນີ້ ແລະ ຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງສອງປະເທດລາວ-ຫວຽດນາມ-ຫວຽດນາມລາວ“ທີ່ມີພຽງໜຶ່ງດຽວໃນໂລກ” ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຕະຫລອດໄປ ໂດຍສະເພາະແມ່ນຈະປະກອບ ສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ນັບມື້ເຂັ້ມແຂງ, ມີສະຖຽນລະພາບ ແລະ ພັດທະນາດີຂຶ້ນເລື້ອຍໆ.
