ກອງບັນຊາການທະຫານແຂວງໄຊສົມບູນ ຈັດພິທີປາຖະກະຖາ 2 ວັນປະຫັວດສາດ

ວັນທີ 28 ສິງຫາ 2025 ນີ້ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ວັນຍຶດອໍານາດ ( 23 ສິງຫາ 1975 – 23 ສິງຫາ 2025 ) ຄົບຮອບ 50 ປີ ແລະ ວັນລັດຖະທໍາມະມູນແຫ່ງ ສປປ ລາວ ( 15 ສິງຫາ 1991 – 15 ສິງຫາ 2025 ) ຄົບຮອບ 34 ປີ ໂດຍການເປັນປະທານຂອງ ສະຫາຍ ພົວ ໝອນຄໍາ ດວງສະຫັວນ ກໍາມະການພັກແຂວງ, ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງໄຊສົມບູນ, ມີຄະນະພັກ – ຄະນະບັນຊາ ອົງການ 5 ຫ້ອງ, ພະນັກງານ – ນັກຮົບເຂົ້າຮ່ວມທັງໝົດ 170 ສະຫາຍ, ຍິງ 41 ສະຫາຍ ໃນພິທີ ສະຫາຍ ປະທານ ໄດ້ເລົ່າຄືນ ເຖິງຄວາມໝາຍ- ຄວາມສໍາຄັນໃນການຕໍ່ສູ້ ໃນແຕ່ລະຂະບວນການເກີດຂຶ້ນໃນແຕ່ລະພາກ ແຕ່ກໍ່ບໍ່ໄດ້ຮັບໄຊຊະນະ, ພາຍຫຼັງມີພັກນໍາພາ, ມີແນວທາງອັນຖືກຕ້ອງ ໄດ້ນໍາພາປະຊາຊົນທັງຊາດຕໍ່ສູ້ປະຕິວັດ ເພື່ອຍາດໄຊຊະນະເປັນກ້າວໆມາ ຈາກໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນລວມຍອດ ແຫ່ງການທຸ້ມເທທຸກສີ່ງ ທຸກຢ່າງ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນວັດລາວ ອັນປີຊາສາມາດ ໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບ ( ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ) ນັ້ນມັນແມ່ນ ຂອງກໍາລັງແຮງ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ.
ຈາກນັ້ນສະຫາຍ ພັນເອກ ສຸດໃຈ ເຈີບົວແພງ ຄະນະປະຈໍາພັກ ກອງບັນຊາການ ຫົວໜ້າ ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຂຶ້ນປາຖະກະຖາ ເລົ່າຄືນມູນເຊື້ອ ຄວາມເປັນມາໃນການກໍ່ຕັ້ງ ລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໜາຍ ຄວາມສໍາຄັນ ຂອງວັນດັ່ງກາ່ວລັດຖະທໍາມະນູນແມ່ນກົດໜາຍ ພື້ນຖານ ຂອງລັດທີ່ກໍານົດລະບອບການເມືອງ, ການຈັດຕັ້ງລະບົບອໍານາດແຫ່ງລັດ ພ້ອມທັງຢັ້ງຢືນອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດລາວ ພາຍໃຕ້ການນໍາພາຂອງພັກ ລະບອບການຄຸ້ມຄອງຂອງລັດ ຕອນທ້າຍພິທີ ປະທານໄດ້ຮຽກຮອງໃຫ້ພະນັກງານ – ນັກຮົບ ໃນກົມກອງເສີມຂະຫຍາຍມູນເຊື້ອປະຕິວັດມີນໍ້າໃຈຮັກຊາດ, ມີຄວາມສາມັກຄີແໜ້ນແຟ້ນ, ຍົກສູງສະຕິລະວັງຕົວຢູ່ຕະຫຼອດເວລາ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ຂອງຕົນເພື່ອພັດທະນາຕົນເອງ ແລະ ກົມກອງໃຫ້ມີຄວາມກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa