ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ຢູ່ເມືອງ ລ້ອງແຈ້ງ

ໃນວັນທີ 3 ກັນຍາ ນີ້ ເມືອງລ້ອງແຈ້ງໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ເລກທີ 78/ສພຊ ລົງວັນທີ 20 ມີນາ 2025 ແລະ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບປັບປຸງ ປີ 2025. ຂຶ້ນຢູ່ຫ້ອງປະຊຸມຫ້ອງການບ້ານລ້ອງແຈ້ງ ໂດຍການ ເປັນປະທານຂອງທ່ານ ສັງຄົມ ສູນດາລາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ເຂົ້າຮ່ວມມີບັນດາຄະນະບໍລິຫານງານພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ໃນວາລະຂອງກອງປະຊຸມ ທ່ານ ໄຊຍະວົງ ຢົວເຢັງວື່ ຫົວໜ້າຫ້ອງການ ຍຸຕິທໍາເມືອງໄດ້ຂຶ້ນຜ່ານ ລັດຖະທຳມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບປັບປຸງ ເລກທີ 77/ສພຊ ທີ່ໄດ້ປະກາດໃຊ້ໃນປີ 2025. ໂດຍໄດ້ຮັບຮອງຢູ່ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ໄຂຂຶ້ນໃນຄັ້ງວັນທີ 17 ມີນາ 2025. ລັດຖະທຳມະນູນສະບັບດັ່ງກ່າວ ມີທັງໝົດ 122 ມາດຕາ, 14ໝວດ, ມີ 62ມາດຕາໄດ້ຮັບການປັບປຸງ ແລະ ມີ 5 ມາດຕາເພີ່ມໃໝ່. ລັດຖະທຳມະນູນສະບັບນີ້ແມ່ນໄດ້ກຳນົດລະບອບການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັງກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການອຳນາດແຫ່ງລັດ ລວມເຖິງສິດ ແລະ ພັນທະພື້ນຖານຂອງຜົນລະເມືອງລະເມືອງລາວ.
ຈາກນີ້ກໍຍັງໄດ້ຮັບຟັງການເຜີຍແຜ່ກົດໝາຍການປົກຄອງທ້ອງຖີ່ນສະບັບປັບປຸງໃໝ່ປີ 2025. ໂດຍກົດໝາຍສະບັບນີ້ມີທັງໝົດ 81ມາດຕາ, ມີ 5ໝວດ, ມີ 8 ພາກ, ມີ61ມາດຕາໄດ້ຮັບການປັບປຸງ ແລະ ມີ 17ມາດຕາເພີ່ມໃໝ່, ໃນນີ້ເພີ່ນໄດ້ເໜັ້ນເຖິງບາງມາດຕາທີ່ກ່ຽວຂ້ອງກັບອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງຂັ້ນຕາແສງ ເພື່ອຜູ້ເຂົ້າຮ່ວມໄດ້ເຂົ້າໃຈຈະແຈ້ງຕື່ມ.
ໃນຕອນທ້າຍ ທ່ານ ສັງຄົມ ສູນດາລາ ໄດ້ມີຄຳເຫັນຕໍ່ກອງປະຊຸມໂດຍທ່ານກ່າວວ່າ ການເຜີຍແຜ່ໃນຄັ້ງນີ້ກໍ່ເພື່ອໃຫ້ບັນດາພະນັກງານ-ລັດຖະກອນແຕ່ລະທ່ານໄດ້ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນຕໍ່ກັບເອກະສານທີ່ສຳຄັນດັ່ງກ່າວເປັນຕົ້ນແມ່ນກົດໝາຍການປົກຄອງທ້ອງຖີ່ນ ແລະ ລັດຖະທຳມະນູນທີ່ໄດ້ຮັບການປັບປຸງໃໝ່. ການປັບປຸງຄັ້ງນີ້ແມ່ນເພື່ອແນ່ໃສ່ໃຫ້ມັນສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແຫ່ງຊາດ ແລະ ສອດຄ່ອງກັບການປັບປຸງບັນດາໂຄງປະກອບຂອງອຳນາດລັດ. ພ້ອມນີ້ທ່ານຍັງໄດ້ມີຄຳເຫັນຊີ້ແຈງຄືນຕໍ່ກົດໝາຍການປົກຄອງທ້ອງຖີ່ນທີ່ໄດ້ກຳນົດຊື່ເອື້ນຂອງຄະກຳມະການປົກຄອງເມືອງ, ຕາແສງ ແລະ ຊຸມຊົນໃນຂັ້ນບ້ານ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈ ເພື່ອນຳໄປໜູນໃຊ້ເຂົ້າໃນສ້າງນິຕິກຳຢູ່ໃນຂັ້ນຂອງຕົນໃຫ້ຖືກຕ້ອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa