ເນື່ອງໃນໂອກາດ ການກະກຽມດໍາເນີນກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ທີ່ຈະໄດ້ໄຂຂຶ້ນໃນວັນທີ 9-10 ກັນຍາ ນີ້ ກ້ອນກຳລັງທີ່ 1 ນຳພາໂດຍສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະບໍລິຫານງານພັກແຂວງ
ກ້ອນກຳລັງທີ 2 ນຳພາໂດຍສະຫາຍ ແດງ ປະທຸມທອງ ຮອງເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຜູ້ແທນສົມບູນ ແລະ ສໍາຮອງຂອງບັນດາພະແນກການ
ກ້ອນກຳລັງ ທີ 3 ນຳພາໂດຍສະຫາຍ ພົວ ບົວພັນ ອິນທະປັນຍາ ຮອງເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຜູ້ແທນສົມບູນ ຂອງບັນດາເມືອງ 5 ເມືອງ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 8 ກັນຍາ 2025 ນີ້ ເພື່ອຈາລຶກ ແລະ ສະແດງຄວາມຮູ້ບຸນຄູນ ເຖິງຄຸນງາມຄວາມດີ ທີ່ທ່ານ ໄດ້ສຸມທຸກສະຕິປັນຍາເຂົ້າໃນການນໍາພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ກູ້ຊາດ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ໄດ້ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ.

ພ້ອມນີ້ທົ່ວອົງຄະນະພັກ, ອົງການລັດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງໄຊສົມບູນ ຂໍໃຫ້ຄຳໝັ້ນສັນຍາວ່າ ພວກເຮົາຈະພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມຈົ່ງຮັກພັກດີຕໍ່ ພັກ, ຕໍ່ອຸດົມການສັງຄົມນິຍົມ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ເພື່ອຕັ້ງໜ້າຮໍ່າຮຽນເອົາ ແບບຢ່າງທາງດ້ານຄຸນສົມບັດ, ແບບແຜນດໍາລົງຊີວິດທີ່ປອດໃສອັນດີງາມຂອງປະທານ ໄກສອນ ພົມວິຫານ ພ້ອມກັນຮັດແໜ້ນຄວາມສາມັກຄີປອງດອງເປັນປຶກແຜ່ນ ຢູ່ອ້ອມຂ້າງອົງຄະນະພັກ, ສືບຕໍ່ພັດທະນາ ແຂວງໄຊສົມບູນ ແລະ ປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ່ນຢ່າງບໍ່ຢຸດຢັ້ງ.