ພິທີ ໂຮມຊຸມນຸມຊົມເຊີຍຜົນສໍາເລັດ ການດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II

ພິທີໂຮມຊຸມນຸມຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ II ແຂວງ ໄຊສົມບູນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ກັນຍາ 2025, ທີ່ສະໂມສອນ ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງໄຊສົມບູນ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງຊຸດໃໝ່, ຜູ້ແທນສົມບູນ, ພະນັກງານບຳນານປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກຮົບແຂ່ງຂັນ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ອົງການຂັ້ນແຂວງ, ພະນັກງານລັດຖະກອນ, ຊາວໜຸ່ມ, ເຍົາວະຊົນ, ພ້ອມດ້ວຍທະຫານ, ຕຳຫຼວດ ການຈັດຕັ້ງບ້ານ 4 ບ້ານ ຕະຫຼອດຮອດບັນດາບໍລິສັດ, ຫົວໜ່ວຍທຸລະກິດ ແລະ ລັດວິສາຫກິດ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຊົມສາລະຄະດີຜົນງານແຫ່ງການນຳພາ-ຊີ້ນຳຂອງອົງຄະນະພັກແຂວງ ໄລຍະ 5 ປີຜ່ານມາ ແລະ ຊົມການສະແດງສິນລະປະວັນນະຄະດີ ຈາກໜ່ວຍສິລະປະສູນວັດທະນະທໍາເດັກ, ກອງບັນຊາການທະຫານແຂວງໄຊສົມບູນ ຢ່າງເປັນຂະບວນການຟົດຟື້ນ ຈາກນັ້ນ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນກ່າວຄຳປາໃສຕໍ່ຜົນສຳເລັດກອງປະຊຸມ ຊຶ່ງໃນກອງປະຊຸມມີຜູ້ແທນສົມບູນເຂົ້າຮ່ວມຈຳນວນ 135 ສະຫາຍ ຍິງ 9 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງ ຈຳນວນ 5,136 ສະຫາຍ ມີກົມການເມືອງສູນກາງພັກ, ຜູ້ຕ່າງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງຫົວພັນ ແຂວງບໍລິຄຳໄຊ, ຕົວແທນນັກປະຕິວັດອາວຸໂສ-ບຳນານ, ຜູ້ຊົງຄຸນວຸດທິ, ຄອບຄົວຕົວແບບ ແລະ ພາກສ່ວນອື່ນໆເຂົ້າຮ່ວມ 214 ສະຫາຍ. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາບັນດາເນື້ອໃນສໍາຄັນເປັນຕົ້ນແມ່ນບົດລາຍງານການເມືອງ ທັງ 2 ພາກ ແລະ ແຜນພັດທະນາເສດຖະກິດ – ສັງຄົມ, ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ I ຊຶ່ງແມ່ນກາານສັງລວມຜົນສຳເລັດຂອງການນຳພາປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືແຂວງໄຊສົມບູນ ຕະຫຼອດໄລຍະ 5 ປີ ຜ່ານມາ ຊຶ່ງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 7,69% ລວມມູນຄ່າ 13,237 ຕື້ກວ່າກີບ ສະເລ່ຍຕໍ່ຫົວຄົນບັນລຸໄດ້ 28 ລ້ານກວ່າກີບຕໍ່ຄົນຕໍ່ປີ ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງພັກ ສ້າງແຂວງໄຊສົມບູນໃຫ້ມີຄວາມສະຫງົບໜັກແໜ້ນ, ສັງຄົມມີຄວາມສາມັກຄີປອງດອງ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມ 5 ທ່າແຮງຂອງແຂວງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິຫານງາພັກແຂວງ ສະໄໝທີ II ຈຳນວນ 31 ສະຫາຍ, ຍິງ 3 ສະຫາຍ ແລະ ກອງປະຊຸມໃຫຍ່ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສຳຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈຳນວນ 19 ສະຫາຍ ໃນນັ້ນ ຜູ້ແທນສົມບູນ 16 ສະຫາຍ, ຍິງ 2 ສະຫາຍ, ຜູ້ແທນສຳຮອງ ຈຳນວນ 3 ສະຫາຍ.
ໂອກາດນີ້ ສະຫາຍພອຍຄຳ ຮຸ່ງບຸນຍວງ ໄດ້ເໜັ້ນໜັກໃຫ້ຜູ້ເຂົ້້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ແນໃສ່ສ້າງໃຫ້ແຂວງມີຄວາມສະຫງົບໜັກແໜ້ນ, ຍົກສູງຄວາມສາມາດຂອງຕົນໃຫ້ທຽບທັນກັບໄລຍະໃໝ່ຂອງການປະຕິວັດ, ເພິ່ມທະວີການສຶກສາອົບຮົມ ເປັນເຈົ້ການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນຢູ່ອ້ອມຂ້າງພັກ, ນອກນີ້ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເສີມຂະຫຍາຍມູນເຊື້້ອຮັກຊາດ, ຈິດໃຈເອກະລາດເປັນເຈົ້າຕົນເອງ, ມູນເຊື້ອສາມັກຄືເປັນປຶກແຜ່ນ ດຸໝັ່ນຂະຫຍັນພຽນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບກຳລັງແຮງລວມ ໃນທົ່ວສັງຄົົມ ແລະ ພ້ອມກັນບຸກບືນກ້າວຂຶ້ນ ສ້າງແຂວງໄຊສົມບູນໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa