ພິທີປາຖະກະຖາ ວັນຊາດ ສສ ຫວຽດນາມຄົບຮອບ 80 ປີ ຢູ່ເມືອງ ຮົ່ມ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2025 ນີ້ ເມືອງຮົ່ມ, ແຂວງໄຊສົມບູນ ໄດ້ຈັບພິທີປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (ວັນທີ 02 ກັນຍາ 1945 – ວັນທີ 02 ກັນຍາ 2025) ຢູ່ທີສະໂມສອນຂອງເມືອງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄທວ່າງ ໜາວເນັ້ງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີບັນດາຫົວໜ້າ, ຄະນະຫ້ອງການ, ກົມກອງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດຮອດຄູອາຈານໂຮງຮຽນປະຖົມ ແລະ ມັດທະຍົມ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ນຸກລໍ່ ເບຼ່ຍຢ້າວ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຍົກໃຫ້ເຫັນເຖີງມູນເຊື້ອວັນຊາດ ສສ ຫວຽດນາມ ວັນທີ 2 ກັນຍາ ປີ 1945 ຢູ່ສະໜາມຫຼວງບາດິ່ງ, ນະຄອນຫຼວງຮ່າໂນ້ຍ, ປະທານໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ, ສິດເສລີພາບ ແລະ ຄວາມສະເໝີພາບຂອງຊາດ ຫວຽດນາມຕໍ່ທົ່ວໂລກວ່າ: “ຫວຽດນາມມີສິດທິເສລີພາບ, ເອກະລາດ ເເລະ ເປັນປະເທດເສລີພາບ, ເອກະລາດ. ປະຊາຊົນ ຊາດຫວຽດນາມທຸກຄົນໄດ້ອຸທິດຈິດໃຈ, ກໍາລັງ, ຊີວິດ ແລະ ຊັບສິນທັງໝົດ ເພື່ອຄວາມເປັນເອກະລາດ ເເລະ ສິດທິເສລີພາບຂອງຕົນ. “ໃນໄລຍະປີ 1945-1946, ລຸງໂຮ່ຈິ່ມິນ ໄດ້ນໍາພາທົ່ວປວງຊົນພ້ອມກັນປະຕິບັດ 2 ໜ້າທີີ່ຄື: ກໍ່ສ້າງອໍານາດການປົກຄອງປະຕິວັດ ແລະ ປົກປັກຮັກສາບັນດາໝາກຜົນ ຂອງການປະຕິວັດເດືອນສິງຫາ. ການເລືອກຕັ້ງໃຫຍ່ໃນວັນທີ 6 ມັງກອນ 1946 ໄດ້ຈັດຂື້ນດ້ວຍຜົນສໍາເລັດຢ່າງຈົບງາມ, ສະພາແຫ່ງຊາດ ສະໄໝທໍາອິດໄດ້ກໍາເນີດຂື້ນ; ລັດຖະທໍາມະນູນປະຊາທິປະໄຕສະບັບທໍາອິດ ໄດ້ຮັບການປະກາດໃຊ້; ລັດຖະບານປະຕິວັດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ; ບັນດາຂະບວນການລົບລ້າງໄພກືກໜັງສື “ໄພອືດຫີວ”, “ໄພໂງ່ຈ້າ”, “ສັດຕູຜູ້ຮຸກຮານ” ໄດ້ຮັບການປຸກລະດົມຢ່າງຟົດຟື້ນ; ກໍາລັງຕ້ານການປະຕິວັດຖືກສະກັດກັ້ນໜ້າແຜນການຮຸກຮານຄັ້ງທີ 02 ຂອງພວກລ່າເມືອງຂື້ນຝຣັ່ງ, ໃນຄືນວັນທີ 19 ທັນວາ 1946, ປະທານ ໂຮ່ຈີມິນ ຕາງໜ້າຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານ ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ປະເທດຊາດຕໍ່ຕ້ານ ດ້ວຍຄວາມເດັດດ່ຽວວ່າ: “ພວກເຮົາຍອມເສຍສະຫຼະທຸກສິ່ງທຸກຢູ່າງ ດີກວ່າຈະຍອມເສຍປະເທດຊາດ ຫຼື ຕົກເປັນຂ້າທາດ”.

ໄລຍະ 1945-1954 ແມ່ນໄລຍະເວລາທໍາອິດໃນການກໍ່ສ້າງພື້ນຖານເສດຖະກິດໃໝ່ໃນ ສສ ຫວຽດນາມ, ພ້ອມກັນນັ້ນຍັງເປັນໄລຍະທີ່ຫນັກໜ່ວງ ແລະ ລໍາບາກທີ່ສຸດໃນປະຫວັດສາດການພັດທະນາປະເທດ. ໃນບັນດາເງື່ອນໄຂທີີ່ຫາກໍ່ຢືດອໍານາດການປົກຄອງໄດ້ ແຕ່ຕ້ອງເຂົົ້າສູ້ສົງຄາມຕ້ານລ່າເມືອງ ຂື້ນຝຣັ່ງ ອັນຍາວນານ, ຫນ້າທີີ່ກໍ່ສ້າງ ແລະ ປັບປຸງພຶ້ນຖານເສດຖະກິດ ໄດ້ຖືກນໍາໃຊ້ໃນເງື່ອນໄຂທີີ່ຫຍຸ້ງຍາກທີີ່ສຸດ. ພາຍໃຕ້ການນໍາພາຂອງພັກ, ຫວຽດນາມໄດ້ຄ່ອຍໆຫັນປ່ຽນຈາກພຶ້ນຖານເສດຖະກິດທີ່ເປັນສິ່ງເສດເຫຼືອຂອງພວກລ່າເມືອງຂຶ້ນ, ສັກດີນາທີ່ຫຼ້າຫຼັງ, ເພີ່ງພາອາໃສຕ່າງປະເທດ, ໃຫ້ກາຍເປັນພຶ້ນຖານເສດຖະກິດປະຊາທີປະໄຕ, ເອກະລາດເທື່ອລະກ້າວ ແລະ ຮັບໃຊ້ໂດຍກົງໃຫ້ແກ່ພາລະກິດຕໍ່ສູ້ ແລະ ການສ້າງສາປະເທດ. ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແຕ່ປີ 1945 ຫາ 1975, ຫຼັງຈາກໄດ້ຍາດເອົາອໍານາດການປົກຄອງ, ລັດຖະບານສອງປະເທດໄດ້ລົງນາມຂໍ້ຕົກລົງຊ່ວຍເຫຼືອລະຫວ່າງ ຫວຽດນາມ-ລາວ ແລະ ຂໍ້ຕົກລົງກ່ຽວກັບການຈັດຕັ້ງກອງທັບພັນທະມິດຫວຽດນາມ-ລາວ, ເພື່ອວາງພື້ນຖານດ້ານນິຕິກໍາເບື້ອງຕົົ້ນໃຫ້ແກ່ການຮ່ວມມື, ການຊ່ວຍເຫຼືອ ແລະ ການເປັນພັນທະມິດໃນການຕໍ່ສູ້ ກັບສັດຕູຮ່ວມຂອງສອງຊາດ. ດ້ວຍທັດສະນະ “ອິນໂດຈີນແມ່ນໜື່ງສະໜາມຮົບ” ໃນຊ່ວງສົງຄາມຕ້ານສັດຕູ ຮ່ວມຂອງປະຊາຊົນສອງປະເທດ ຫວຽດນາມ–ລາວ ແຕ່ປີ 1945 ຫາ 1975 ສອງປະເທດໄດ້ປະສານຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ທັງເປັນການປະຕິບັດໜ້າທີີ່ສາກົນອັນສູງສົ່ງ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະ ເປັນການພັດທະນາແຕ່ລະບາດກ້າວຂອງສອງປະເທດ-ສອງຊາດ ໃນມື້ນີ້ລ້ວນແຕ່ສະທ້ອນໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າຂອງທັງສອງຝ່າຍ, ເຮັດໃຫ້ການພົວພັນເສດຖະກິດຫວຽດ-ລາວ ນັບມື້ນັບສະນິດຕິດແໜ້ນໝັ້ນຄົງ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa