ພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ຢູ່ເມືອງ ຮົ່ມ

ໃນຕອນເຊົ້າວັນທີ 19 ກັນຍາ 2025 ນີ້ ສະຫະພັນນັກຮົບເກົ່າເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ (ແຕ່ວັນທີ 9 ກັນຍາ 2002 – 9 ກັນຍາ 2025) ຢູ່ທີ່ສະໂມສອນຂອງເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ໄທວ່າງ ໜາວເນັ້ງ ຄະນະປະຈໍາພັກເມືອງ ຜູ້ຊິ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາຫົວໜ້າຫ້ອງການ, ກົມກອງ, ອາດີດການນຳ, ພະນັກງານບຳນານ, ນາຍບ້ານ 3 ບ້ານເທດສະບານ ແລະ ພະນັກງານ-ລັດຖະກອນຂອງເມືອງ ເຂົ້າຮ່ວມ.
ໃນພິທີ ທ່ານ ໄທວ່າງ ໜາວເນັ້ງ ໄດ້ຫວນຄືນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ລວມທັງຜົນງານ ແລະ ໄຊຊະນະທີ່ສະຫະພັນນັກຮົບເກົ່າແຫ່ງຊາດລາວ ສາມາດຍາດມາໄດ້ມາຕະຫຼອດໄລຍະ 23 ປີ ຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງນັກຮົບເກົ່າ ທີ່ໄດ້ຜ່ານການປະຕິບັດໜ້າທີ່ເປັນນັກຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜ່ານການທົດສອບໃນແປວໄຟສົງຄາມແຫ່ງການຕໍ່ສູ້ກູ້ຊາດ ແລະ ນໍາເອົາເອກກະລາດຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນລາວບັນດາເຜົ່າ, ເປັນຜູ້ມີບົດຮຽນໃນການຊີ້ນຳ – ບັນຊາການສູ້ຮົບ, ການກໍ່ສ້າງຮາກຖານການເມືອງ, ຂົນຂວາຍປຸກລະດົມປະຊາຊົນ ແລະ ຊຳນິຊຳນານໃນການປັບປຸງກໍ່ສ້າງກຳລັງ, ດຸໝັ່ນຂະຫຍັນພຽນ ເພີ່ມພູນຜະລິດຜົນ ເຜິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນຜູ້ທີ່ຊື່ສັດບໍລິສຸດ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ ອັນນີ້ແມ່ນຈຸດພິເສດອັນໂດດເດັ່ນຂອງນັກຮົບເກົ່າ ທີ່ໄດ້ສ້າງວິລະກຳອັນລໍ້າເລີດ, ຜົນງານອັນຍິ່ງໃຫຍ່ ແລະ ມູນເຊື້ອອັນສະຫງ່າອົງອາດກ້າຫານທີ່ໄດ້ສືບທອດກັນມາ ໃນພາລະກິດຂອງການປະຕິວັດຊາດ ປະຊາທິປະໄຕ; ມີຫຼາຍສະຫາຍໃນກຳລັງປະກອບອາວຸດໄດ້ເສຍສະຫຼະຊີວິດ ເລືອດເນື້ອ ເພື່ອການປະຕິວັດຊາດ ປະຊາທິປະໄຕ ເຊິ່ງຍາມໃດກໍໄດ້ຍົກສູງທາດແທ້ມູນເຊື້ອນັກຮົບປະຕິວັດ, ທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ ທັງນີ້ ກໍເພື່ອເປັນການຫວນຄືນມວນເຊື້ອ ແລະ ຜົນງານອັັນໂດດເດັ່ນ ຂອງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໃນພາລະກິດຂອງການປະຕິວັດຊາດ ປະຊາທິປະໄຕ ໃນການສຶກສາອົບຮົມແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ ກໍຄືຄົນຮຸ່ນໃໝ່ໄດ້ເຊື່ອມຊຶມ, ກຳແໜ້ນ ແລະ ສືບຕໍ່ຮ່ຳຮຽນເອົາມູນເຊື້ອອັນສະຫງ່າອົງອາດ ຂອງສະຫະພັນນັກຮົບເກົ່າ ທີ່ໄດ້ສ້າງໃນໄລຍະຜ່ານມາ, ພ້ອມກັນສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີການເຄື່ອນ ໄຫວ ຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນໄປເລື້ອຍໆ. ພ້ອມດຽວກັນນີ້ ຍັງໄດ້ຜ່ານບັນດາເອກະສານທີ່ສຳຄັນເປັນຕົ້ນແມ່ນ ມະຕິຕົກລົງ ເລກທີ 06/ກມສພ ລົງວັນທີ 12 ພືດສະພາ 2025 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມະຕິຕົກລົງ ເລກທີ 502/ຄລສພ ລົງວັນທີ 12 ພຶດສະພາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມະຕິຕົກລົງ ເລກທີ 503/ຄລສພ ລົງວັນທີ 12 ພຶດສະພາ 2025 ວ່າດ້ວຍການສ້າງຕັ້ງກົມກວດກາ ຂຶ້ນກັບສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄຳແນະນຳ ເລກທີ 98/ສນຫລ ລົງວັນທີ 30 ມີຖຸນາ 2025 ກ່ຽວກັບການຈັດຕັ້ງເຜີຍແຜ່ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ 3 ຂອງສະຫະພັນນັກຮົບເກົ່າແຂວງໄຊສົມບູນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa