ໃນຕອນເຊົ້າຂອງວັນທີ 2 ຕຸລາ 2025 ນີ້, ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ຄັ້ງທີ II ແລະ ບົດປາໃສ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ II ຂຶ້ນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ມີສະຫາຍ ນາງ ຄຳສີ ສິດທິວໍລະດາ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຕະຫຼອດຮອດພະນັກງານຫຼັກແຫຼ່ງຂົງເຂດເສດຖະກິດ ເຂົ້າຮ່ວມ.
ໂອກາດນີ້ ໄດ້ຮັບຟັງການເຜີຍແຜ່ເນື້ອໃນເອກະສານ ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ຄັ້ງທີ II ກອງປະຊຸມໄດ້ຄົ້ນຄວ້າ ຮັບຮອງເອົາເນື້ອໃນທີ່ສຳຄັນ ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ທັງສອງພາກ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ I ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດ, ບົດຮຽນ ໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະໄໝທີ I ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີ ຜ່ານມາ ພ້ອມທັງເປັນເອກະສັນຮັບຮອງເອົາທິດທາງ, ວຽກງານ ແລະ ຄາດໝາຍສູ້ຊົນ ໃນ 5 ປີຕໍ່ໜ້າ (2026-2030) ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກແຂວງຊຸດໃໝ່ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ ໂດຍມີຜູ້ສະໝັກເລືອກຕັ້ງ ຈຳນວນ 35 ສະຫາຍ, ເລືອກໄດ້ 31 ສະຫາຍ, ຍິງ 3 ສະຫາຍ ແລະ ຄັດເລືອກເອົາຜູ້ແທນສົມບູນ-ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຈຳນວນ 16 ສະຫາຍ ແລະ ຜູ້ແທນສຳຮອງ ຈຳນວນ 3 ສະຫາຍ. ນອກນີ້ ຍັງໄດ້ຮັບຟັງເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ II ຂອງແຂວງໄຊສົມບູນ ພ້ອມທັງຮັບຟັງຄຳປາໄສ ຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ຄັ້ງວັນທີ 10 ກັນຍາ 2025 ຕື່ມອີກ. ທັງນີ້ ກໍເພື່ອເປັນທິດຊີ້ນຳໃຫ້ພະນັກງານຫຼັກແຫຼ່ງພາຍໃນຂົງເຂດເສດຖະກິດ ແຂວງໄຊສົມບູນ ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
