
ເນື່ອງໃນໂອກາດ ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ທ່ານ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ ຖືໂອກາດດັ່ງກ່າວ ເຂົ້າພົບປະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 6 ຕຸລາ 2025 ນີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ໂດຍມີຄະນະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ຫງວຽນ ມິງເຕິມ ໄດ້ແຈ້ງຈຸດປະສົງ ໃນການລົງມາເຄື່ອນໄຫວ ວຽກງານຄັ້ງນີ້ ໃຫ້ ທ່ານ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮັບຊາບ ຊຶ່ງຈຸດປະສົງ ແມ່ນເຂົ້າຮ່ວມພິທີ ປະກາດຂໍ້ຕົກລົງ ສ້າງຕັ້ງຄະນະຄຸ້ມຄອງຊາວຫວຽດນາມ ຢູ່ແຂວງໄຊສົມບູນ ແລະ ລົງມາຢ້ຽມຍາມບາງສະຖານທີ່ຕື່ມອີກ ໂອກາດດັ່ງກ່າວ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເຂົ້າມາພົບປະ ຂອງ ທ່ານ ຫງວຽນ ມິງເຕິມ ໃນຄັ້ງນີ້ ພ້ອມທັງລາຍງານໂດຍຫຍໍ້ ກ່ຽວກັບສະພາລວມ ຂອງແຂວງໄຊສົມບູນ ໃຫ້ ທ່ານ ເອກອັກຄະລັດຖະທູດ ໄດ້ຮັບຊາບນໍາອີກ.

ຈາກນັ້ນ ທ່ານ ພ້ອມດ້ວຍຄະນະ ໄດ້ເຂົ້າປຶກສາຫາລື ວຽກງານເສດຖະກິດ-ສັງຄົມ, ວຽກງານການຮ່ວມມືລະຫວ່າງ ແຂວງໄຊສົມບູນ ກັບ ບັນດາທ້ອງຖິ່ນຂອງ ສສ ຫວຽດນາມ ສະນັ້ນ, ການມາຢຽ້ມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ກໍເພື່ອແລກປ່ຽນຄໍາເຫັນກ່ຽວກັບການຊຸກຍູ້, ດຶງດູດນັກທຸລະກິດ ສສ ຫວຽດນາມ ໃຫ້ເຂົ້າມາລົງທຶນຫຼາຍຂຶ້ນ ແລະ ປຶກສາຫາລືແນວທາງແຜນການຮ່ວມມື ກັບບັນດາທ້ອງຖິ່ນ ຂອງ ສສ ຫວຽດນາມ ກໍຄື ແຂວງບັ໋ກນິງ, ແຂວງເຊິນລາ, ແຂວງກວາງບິງ ຊຶ່ງທັງໝົດນັ້ນ ກໍເພື່ອເປັນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ລາວ-ຫວຽດນາມ ໃນການຮ່ວມມືພັດທະນາ, ຊຸກຍູ້ ແລະ ສະໜັບສະໜູນ ແນໃສ່ພັດທະນາ ແຂວງໄຊສົມບູນ ໃຫ້ມີຄວາມກ້າວໜ້າຂຶ້ນ ຢ່າງບໍ່ຢຸດຢັ້ງ. ຂະນະດຽວກັນ ທ່ານ ເອກອັກຄະລັດຖະທູດ ໄດ້ນໍາເອົາຂອງທີ່ລະນຶກມາມອບໃຫ້ ແຂວງໄຊສົມບູນ ແລະ ຍັງຈະໄດ້ໄປທ່ຽວຊົມສະຖານທີ່ຕ່າງໆ ພາຍໃນເທດສະບານແຂວງ ນໍາອີກ.
