ກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ແລະ ບົດປາໄສ ຊົມເຊີຍຜົນສຳເລັດກອງປະຊຸມ ໃຫ້ແກ່ຂົງເຂດ ກຸ່ມການເມືອງ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ແລະ ບົດປາໄສ ຊົມເຊີຍຜົນສຳເລັດກອງປະຊຸມ ໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກ ກຸ່ມການເມືອງ ຂຶ້ນໃນຕອນເຊົ້າຂອງວັນທີ 10 ຕຸລາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ທອງວັນ ທຳມະວົງ, ຮອງເລຂາຄະນະບໍລິຫານງານພັກແຂວງ, ມີ ສະຫາຍ ນາງ ຄຳສີ ສິດທິວໍລະດາ, ຄະນະປະຈຳພັກແຂວງ ເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງກຸ່ມການເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ທອງວັນ ທຳມະວົງ ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ທີ່ໄດ້ໄຂຂຶ້ນໃນ ລະຫວ່າງ ວັນທີ 9 ຫາ ວັນທີ 10 ກັນຍາ 2025 ທີ່ຜ່ານມານີ້ ຊຶ່ງຕະຫຼອດໄລຍະດຳເນີນກອງປະຊຸມ ຜູ້ແທນກອງປະຊຸມໄດ້ລົງປະຊາມະຕິເປັນເອກະສັນຮັບຮອງເອົາເນື້ອໃນສຳຄັນຄື: ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ທັງສອງພາກ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານລິຫານງານພັກ ແຂວງໄຊສົມບູນ ສະໄໝທີ I ໃນໄລຍະ 5 ປີຜ່ານມາ ພ້ອມທັງເປັນເອກະສັນຮັບຮອງເອົາທິດທາງ, ວຽກງານ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030) ເປັນຕົ້ນແມ່ນ: ການນຳພາສຶກອົບຮົມການເມືອງ-ແນວຄິດ; ສຸມໃສ່ນຳພາຮັບປະກັນໃຫ້ແຂວງໄຊສົມບູນ ມີສະຖຽງລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ; ສູ້ຊົນໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວບໍ່ຫຼຸດ 7.9% ຂຶ້ນໄປ ລວມຍອດຜະລິດຕະພັນພາຍໃນ GDP ສະເລ່ຍຕໍ່ຫົວຄົນບັນລຸໄດ້ 37.64 ລ້ານກີບຕໍ່ຄົນຕໍ່ປີ; ສ້າງເມືອງອະນຸວົງ ໃຫ້ກາຍເປັນເມືອງສູນກາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ ແລະ ພັດທະນາເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃຫ້ເປັນເມືອງທ່ອງທ່ຽວທາງທຳມະຊາດ, ປະຫວັດຊາດ ຕາມທິດສີຂຽວ ແລະ ຍືນຍົງ ນອກນີ້, ກໍຍັງມີໜ້າວຽກທີ່ຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຕື່ມອີກ. ກອງປະຊຸມດັ່ງກ່າວ ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໜ ທີ II ຈຳນວນ 31 ສະຫາຍ, ຍິງ 3 ສະຫາຍ ພ້ອມທັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ຈຳນວນ 16 ສະຫາຍ, ຍິງ 2 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ ນອກນັ້ນ, ໄດ້ເລືອກເອົາຄະນະປະຈຳພັກແຂວງ ຈຳນວນ 9 ສະຫາຍ ຍິງ 2 ສະຫາຍ ແລະ ເລືອກເອົາເລຂາ-ຮອງເລຂາຄະນະບໍລິຫານງານພັກແຂວງ ພ້ອມທັງເລືອກຕັ້ງເອົາປະທານ-ຮອງປະທານກວດກາພັກ. ໃນຕອນທ້າຍຍັງໄດ້ຮັບຟັງບົດຄຳໂອ້ລົມ ຂອງ ສະຫາຍ ພົອ ຈັນສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕິແຫ່ງ ສປປ ລາວ ຕື່ມອີກ. ຈາກນັ້ນ, ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງບົດປາໄສ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ຈາກສະຫາຍ ນາງ ຄຳສີ ສິດທິວໍລະດາ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa