ການນຳແຂວງໄຊສົມບູນພ້ອມດ້ວຍຄະນະ ເຂົ້າຮ່ວມສະເຫລີມສະຫລອງວັນສ້າງຕັ້ງແຂວງເຊີນລາ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 10 ຕຸລາ 2025 ການນຳແຂວງໄຊສົມບູນ ພ້ອມດ້ວຍຄະນະ ຊຶ່ງນຳໂດຍສະຫາຍ ພອຍຄຳ ຮຸ່ງຍວງ ເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ ໄດ້ເຂົ້າຢ້ຽມຍາມ, ພົບປະການນໍາແຂວງເຊີນລາ ຢູ່ທີ່ສຳນັກງານຫ້ອງວ່າການພັກແຂວງ ເຊີນລາ ສສ ຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງ ແຂວງເຊີນລາ ຄົບຮອບ 130 ປີ. ຊຶ່ງມີສະຫາຍ ຮວ່າງ ກວັກ ແຄັງ ເລຂາຄະນະບໍລິຫານງານພັກແຂວງ ເຊີນລາ, ສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍ ບັນດາເລຂາ-ຮອງເລຂາພັກແຂວງ ຂອງລາວ ແລະ ຄະນະນຳສະຖານທູດເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຕະຫລອດຮອດການນຳແຂວງເຊີນລາ ແລະ ຕາງໜ້າກົງສູນໃຫຍ່ຫວຽດນາມ ປະຈຳພາກເໝືອຂອງລາວ ເຂົ້າຮ່ວມ.
ໃນພິທີ ສະຫາຍ ຮວ່າງ ກວັກ ແຄັງ ເລຂາພັກແຂວງເຊີນລາ ໄດ້ຂຶ້ນກ່າວຕ້ອນຮັບຄະນະຜູ້ແທນສະຖານເອກອັກຄະລັດຖະທູດ ແຫ່ງ ສ ປປ ລາວ ປະຈຳຫວຽດນາມ ແລະ ຄະນະຜູ້ແທນ 9 ແຂວງພາກເໝືອ ຂອງ ສ ປປ ລາວ ພ້ອມທັງ ກ່າວປະຫວັດຂອງການສ້າງຕັ້ງແຂວງ ເຊີນລາໂດຍຫຍໍ້ ຊຶ່ງຕະຫລອດ 130 ປີທີ່ຜ່ານມາ ແຂວງເຊີນລາໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ໂດຍສະເພາະການສ້າງຕັ້ງແຂວງ ແມ່ນຢູ່ໃນໄລຍະທີ່ຈັກກະພັດລ່າເມືອງຂຶ້ນຝຮັ່ງຄອບຄອງ ແຕ່ດ້ວຍຈິດໃຈຮັກຊາດ, ຄວາມອົງອາດກ້າຫານ, ນໍ້າໃຈເສຍສະຫລະອັນສູງສົ່ງ, ຕໍ່ສູ້ບໍ່ຍອມຈຳນົນ ເພື່ອຍາດເອົາເອກະລາດ ສິດເສລີພາບ ແລະ ຄວາມສາມັກຄີເປັນໜຶ່ງດຽວ ຂອງປະຊາຊົນບັນດາເຜົ່າ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຈາກປະທານ ໂຮ່ຈີມິນ ຜູ້ນຳທີ່ແສນເຄົາລົບຮັກ, ສະຫລາດສ່ອງໃສ ແລະ ປີຊາສາມາດ ຂອງພັກກອມມູນິດຫວຽດນາມ ຈຶ່ງເຮັດໃຫ້ແຂວງເຊີນລາມີສະຖຽນລະພາບ, ມີຄວາມໝັ້ນຄົງ ແລະ ຍືນຍົງຕະຫລອດມາ. ຈາກນັ້ນທັງສອງຝ່າຍ ແຂວງເຊີນລາ ແລະ ຄະນະຜູ້ແທນ 9 ແຂວງພາກເໝືອຂອງ ສ ປປ ລາວ ໄດ້ຜັດປ່ຽນກັນມອບຂອງທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນ. ພ້ອມດຽວກັນນັ້ນ ບັນດາຄະນະຜູ້ແທນທັງສອງຝ່າຍ ໄດ້ໄປທ່ຽວຊົມເຂື່ອນໄຟຟ້າ ເຊີນລາ ແລະ ໄດ້ເຂົ້າຮ່ວມຮັບຊົມສີລະປະການສະແດງ ໃນງານສະເຫລີມສະຫລອງວັນສ້າງຕັ້ງແຂວງ ຄົບຮອບ 130 ປີ ທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊືນ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa