ກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ II ແລະ ບົດປາໄສ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ II ໃຫ້ກັບຂົງເຂດ ກຸ່ມວັດທະນະທໍາ-ສັງຄົມ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ແລະ ບົດປາໄສ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ໃຫ້ແກ່ພະນັກງານຫຼັກແຫຼ່ງ, ພະນັກງານ-ສະມາຊິກພັກ ກຸ່ມວັດທະນະທໍາ-ສັງຄົມ ອ້ອມຂ້າງແຂວງ ໃນຕອນເຊົ້າຂອງວັນທີ 14 ຕຸລາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ພົຈວ ບົວພັນ ອິນທະປັນຍາ, ຮອງເລຂາຄະນະບໍລິຫານງານພັກແຂວງ ໂດຍມີສະຫາຍ ນາງ ຄໍາສີ ສິດທິວໍລະດາ, ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພາກສ່ວນທີ່ມາຈາກກຸ່ມວັດທະນະທໍາ-ສັງຄົມ ເຂົ້າຮ່ວມຮັບຟັງ.
ໂອກາດດັ່ງກ່າວ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ທີ່ໄດ້ໄຂຂຶ້ນໃນລະຫວ່າງວັນທີ 9 ຫາ 10 ກັນຍາ 2025 ທີ່ຜ່ານມາ ທັງນີ້ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ສະມາຊິກພັກ ຈາກກຸ່ມວັດທະນະທໍາ-ສັງຄົມ ໄດ້ຮັບຮູ້-ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ຕໍ່ເນື້ອໃນຈິດໃຈ, ທິດທາງໜ້າທີ່, ຄາດໝາຍສູ້ຊົນອັນໃໝ່ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ຂະບວນການຈັດຕັ້ງປະຕິບັດຕົວຈິງ ຢ່າງເປັນຮູບປະທໍາ ທັງຫັນເອົາເນື້ອໃນຂອງມະຕິ ມາເປັນແຜນການ, ໂຄງການອັນລະອຽດ ຂອງແຕ່ລະອົງການຈັດຕັ້ງ, ພະແນກການ ຂອງກຸ່ມວັດທະນະທໍາ-ສັງຄົມ ແລ້ວພ້ອມກັນສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງນີ້ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ຂະນະດຽວກັນ ກໍເພື່ອເສີມຂະຫຍາຍຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະໄໝທີ I ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີ ຜ່ານມາ ເພື່ອຍົກສູງວຽກງານນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ໃນກຸ່ມວັດທະນະທໍາ-ສັງຄົມ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ ເພື່ອສືບຕໍ່ປະກອບສ່ວນທີ່ສໍາຄັນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດຽວກັນນີ້ ຍັງໄດ້ຮັບຟັງການເຜີຍແຜ່ບົດປາໄສ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ ຈາກ ສະຫາຍ ນາງ ຄໍາສີ ສິດທິວໍລະດາ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa