ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 14 ຕຸລາ 2025 ນີ້ ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານສູງສຸດ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ຊຶ່ງຕ້ອນຮັບໂດຍທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກ ແຂວງໄຊສົມບູນ ພ້ອມດ້ວຍການນຳຂອງແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຊຶ່ງຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ກໍເພື່ອລົງມາເຮັດວຽກທາງລັດຖະການ ໂດຍສະເພາະແມ່ນ ເຂົ້າຮ່ວມພິທີປະກາດການແຕ່ງຕັ້ງ ຢູ່ສານປະຊາຊົນແຂວງໄຊສົມບູນ ຄັ້ງວັນທີ 14 ຕຸລາ 2025 ນີ້.
ໂອກາດດັ່ງກ່າວ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມໃນຄັ້ງນີ້ ຊຶ່ງມັນສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ ແຂວງໄຊສົມບູນ ຂອງພວກເຮົາ ພ້ອມນັ້ນ ທ່ານຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງສານປະຊາຊົນ ຢູ່ແຂວງໄຊສົມບູນ ໂດຍຫຍໍ້ ຕໍ່ທ່ານ ບຸນຂວາງ ທະວີສັກ ພ້ອມດ້ວຍຄະນະໄດ້ຮັບຊາບ ພ້ອມທັງເຫັນດີໃນການຮ່ວມມືສະໜັບສະໜູນ ໃນການຈັດຕັ້ງປະຕິບັດວຽກງານ ແລະ ພັດທະນາວຽກສານປະຊາຊົນ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa