
ໃນຕອນເຊົ້າວັນທີ 2 ຕຸລາ 2025 ນີ້ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ 11 ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ່ 2, ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ຈູນດາ ຄຳບູນມີ ກຳມະການພັກແຂວງ, ເລຂາພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຄະນະຫ້ອງການ, ກົມກອງ ແລະ ພະນັກງານ-ລັດຖະກອນ ທົ່ວເມືອງ ເຂົ້າຮ່ວມ.

ໃນປະຊຸມທ່ານ ຄຳພຸດ ແກ້ວວົງພອນ ຮອງເລຂາພັກເມືອງ ປະທານຄະນະອົງການປົກຄອງເມືອງ ໄດ້ເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ 11 ເຊິ່ງໄດ້ເໜັນໃຫ້ເຫັນເຖິງ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ໂດຍສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນ ແລະ ບັນຫາຄວາມຍຸ້ງຍາກທາງດ້ານເສດຖະກິດການເງິນເຊັ່ນ: ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດ ໃຫ້ມີສະຖຽນລະພາບ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້ ດ້ວຍມາດຕະການ, ກົນໄກທີ່ຫັດກຸມ, ຍູ້ແຮງການຜະລິດເພື່ອຊົມໃຊ້ພາຍໃນ, ເລັ່ງປັບປຸງໂຄງປະກອບເສດຖະກິດ ຄຽງຄູ່ກັບການປັບປຸງໂຄງສ້າງດ້ານການເກັບລາຍຮັບ ແລະ ກວດກາບັນດາຫົວໜ່ວຍທຸລະກິດເກີດຂຶ້ນໃໝ່ ແລະ ບັນດາຫົວໜ່ວຍທຸລະກິດທີ່ມີຢູ່ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ໂຈະການພິຈາລະນາໂຄງການຂຸດຄົ້ນແຮ່ທາດໃໝ່ທຸກປະເພດ, ດືງດຸດການລົງທືນພາຍໃນ ແລະ ຕ່າງປະເທດໃຫ້ແຂງແຮງ ດ້ວຍນະໂຍບາຍ ຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກສຸດຂີດ, ປະຕິຮູບລັດວິສາຫະກິດ ຕາມແຜນຂອງລັດຖະບານ ໂດຍສະເພາະ 4 ລັດວິສາຫະກິດທີ່ສຳຄັນຄື: ລັດວິສາຫະກິດໄຟຟ້າລາວ, ການບີນລາວ, ນໍ້າມັນເຊື້ອໄຟລາວ, ທະນະຄານນະໂຍບາຍ ໃຫ້ສຳເລັດໂດຍໄວ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເອົາໃຈໃສ່ຊິ້ນໍາວຽກງານດ້ານສັງຄົມ ໃຫ້ໄປຖືກທິດ ຕິດພັນກັບການແກ້ໄຂບັນຫາການຮຽນ-ການສອນ ແລະ ການຂາດແຄນຄູສອນ, ເອົາໃຈໃສ່ຄຸ້ມຄອງ ແລະ ພັດທະນາສີມືແຮງງານ, ເລັ່ງກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ເສັ້ນທາງຄົມມະນາຄົມ ເພື່ອອຳນວຍສະດວກ ແກ່ການຄົມມະນາຄົມຂົນສົ່ງ, ເອົາໃຈໃສ່ກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຍິ່ງຂຶ້ນ ແລະ ວຽກງານອື່ນໆ, ພ້ອມນີ້ຍັງໄດ້ເຊື່ອມຊືມ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ່ 2 ຈາກທ່ານ ຈູນດາ ຄຳບູນມີ ໂດຍສຸມໃສ່ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ ພ້ອມທັງ ເປັນເອກະສັນຮັບຮອງ ທິດທາງ, ວຽກງານ ແລະ ຄາດໝາຍຊົນຊົນ 5 ປີຕໍ່ໜ້າຄື: ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ກວ້າງຂວາງ, ເລິກເຊິ່ງ, ສຸມໃສ່ນຳພາໃຫ້ແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ, ສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວບໍ່ຫຼຸດ 7,9% ຂຶ້ນໄປ ລວມຍອດຜະລິດຕະພັນ GDP ສະເລ່ຍຕໍ່ຫົວຄົນບັນລຸໄດ້ 37,64 ລ້ານກີບຕໍ່ຄົນຕໍ່ປີ, ເອົາໃຈໃສ່ປັບປຸງ, ກໍ່ສ້າງໂຄງລ່າງພື້ນຖານ ເສັ້ນທາງຄົມມະນາຄົມໃຫ້ມີຄວາມສະດວກ, ສູ້ຊົນຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ສຸມໃສ່ກໍ່ສ້າງຮາກຖານການເມືອງ ໂດຍຍູ້ແຮງຮູບແບບບ້ານແຮກສ່ຽວໃຫ້ແຂງແຮງ, ປັບປຸງກົງຈັດການຈັດຕັ້ງ ແລະ ບຸກຄະລາກອນແຕ່ລະຂັ້ນ ໃຫ້ກະທັດຫັດ, ສືບຕໍ່ພົວພັນຮ່ວມມືກັບແຂວງຊືນລາ ແລະ ແຂວງບັກນິງ ສສ ຫວຽດນາມ ແລະ ນະຄອນ ຢຽນໄທ ແຂວງຊານຕົງ ສປ.ຈີນ ໃຫ້ແໜ້ນແຟນ, ເລິກເຊິ່ງກວ່າເກົ່າ ແລະ ວຽກງານອື່ນໆ.
