
ໃນວັນທີ 30 ຕຸລາ 2025 ນີ້ທີ່ສະໂທສອນກອງບັນຊາການທະຫານເມືອງ, ເມືອງທ່າໂທມຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ ວັນທີ 12 ຕຸລາ 1945 ຫາ ວັນທີ 12 ຕຸລາ 2025, ວັນຜູ້ສູງອາຍຸ ແລະ ວັນຄົນພິການແຫ່ງຊາດລາວ ຄົບຮອບ 33 ປີ 1 ຕຸລາ 1992 ຫາ 1 ຕຸລາ 2025, ໂດຍພາຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາເປີ້ນ ໄຂຄໍາໜັ້ນ ຮອງເລຂາພັກເມືອງ, ມີພະນັກງານອາວຸໂສ-ບໍານານ,ນາຍແລະພົຍທະຫານ, ນາຍແລະພົນຕໍາຫຼວດ, ຕະຫຼອດຮອດພະນັກງານຫຼັກແຫຼງພາຍໃນເມືອງເຂົ້າຮ່ວມ.

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ຮັບຊົມພາບບັນທຶກ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວກ່າວສູນທອນພົດໃນວັນສະເຫຼີມສະຫຼອງໃຫຍ່ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ ວັນທີ 12 ຕຸລາຜ່ານມານີ້ທີ່ຫ້ອງປະຊຸມແຫ່ງຊາດ, ເຊີ່ງເນື້ອໃນສູນທອນພົດດັ່ງກ່າວວັນທີ 12 ຕຸລາ 1945 ເປັນວັນປະຫັວດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຂອງປວງຊົນລາວທັງຊາດທີ່ໄດ້ຮັບເອກະລາດຍ້ອນການຕໍ່ສູ້ບົນຈິດໃຈ ( ຍອມຕາຍດີກວ່າເປັນຂ້ອນຂ້າ ຕາຍເພື່ອເອກະລາດດີກວ່າຢູ່ພາຍໄຕ້ແອກປົກຄອງຂອງຕ່າງຊາດ) ວັນທີ 12 ຕຸລາ ເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດ ພາຍໄຕ້ການນໍາພາຂອງພັກ, ສາມາດປົດປ່ອຍປະເທດຊາດອອກຈາກກໍາມືຂອງພວກຈັກກະພັດຕ່າງດ້າວໄດ້ຢ່າງສົມບູນ ແລະ ໄດ້ຍົກໃຫ້ເຫັນການພົວພັນການທູດລາວໃນໄຍລະ 80 ປີ 12 ຕຸລາ 1945-12 ຕຸລາ 2025 ເຊີ່ງປັດຈຸບັນ ສປປ ລາວ ໄດ້ມີສາຍພົວພັນການທູດກັບ 151 ປະເທດ, ມີສາຍພົວພັນກັບພັກການເມືອງ 145 ພັກ ຈາກ 82 ປະເທດ, ຮ່ວມມືກັບ 3 ອົງການຈັດຕັ້ງສາກົນ ແລະ ພາກພື້ນຂອງພັກການເມືອງໃນໂລກ, ມີ 20 ສະມາຄົມມິດຕະພາບກັບຕ່າງປະເທດ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ, ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ; ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 3 ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ; ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ ຈໍານວນ 24 ແຫ່ງ ໃນ 18 ປະເທດ ແລະ ກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ ຈໍານວນ 18 ແຫ່ງ, ມີດ່ານສາກົນ ຈໍານວນ 34 ແຫ່ງ ແລະ ມີການພົວພັນດ້ານການຄ້າກັບ 60 ກວ່າປະເທດໃນໂລກ ແລະ ພິທີໃນຄັ້ງນີ້ກໍ່ໄດ້ຮັບຟັງການເລົ່າປະຫັວດຄວາມເປັນມາຂອງວັນຜູ້ສູງອາຍຸ ແລະ ວັນຄົນພິການແຫ່ງຊາດລາວ, ເຊີ່ງສອງວັນດັ່ງກ່າວແມ່ນມີຄວາມໝາຍຄວາມສໍາຄັນຕະຫຼອດໄລຍະຜ່ານມາຍາມໃດພັກ-ລັດກໍ່ເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ເວົ້າສະເພາະແມ່ຜູ້ເສຍອົງຄະ, ເດັກນ້ອຍ, ແມ່ຍິງ ແລະ ຜູ້ສູງອາຍຸໂດຍໄດ້ຮັບການປົວແປງຊີວິດການເປັນຢູ່ນັບມື້ນັບດີຂື້ນ,

ໃນພີທີສະເຫຼີມສະຫຼອງໃນຄັ້ງນີ້ທ່ານ ຄໍາເປີ້ນ ໄຂຄໍາໜັ້ນ ກໍ່ໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມເຊີ່ງທ່ານໃຫ້ຮູ້ວ່າການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ກໍ່ເພື່ອປຸກລະດົມທຸກອົງການຈັດຕັ້ງພັກ-ລັດ, ພໍ່ແມ່ປະຊາຊົນ ໄດ້ເຫັນຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ, ເພື່ອສືບຕໍ່ຮັກສາມູນເຊື້ອຄວາມເສຍສະຫຼະເພື່ອຊາດຂອງນັກຮົບປະຕິວັດ, ຮູ້ໄດ້ຄວາມໝາຍຄວາມສໍາຄັນຂອງການພົວພັນການທູດກັບປະເທດເພື່ອມິດທົ່ວໂລກ, ທ້າຍພິທີໃນຄັ້ງນີ້ຍັງໄດ້ມອບຂອງຂັວນໃຫ້ຜູ້ສູງອາຍຸທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງໃນຄັ້ງນີ້ເພື່ອສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກ-ລັດຕໍ່ຄຸນງາມຄວາມດີທີ່ເພີ່ນສ້າງໃນໄຍລະຜ່ານມາ.