
ວັນທີ 24 ຕຸລາ 2025 ນີ້, ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ ໂດຍການເຂົ້າຮ່ວມປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ, ມີສະຫາຍ ພົນຈັດຕະວາ ວົງພັນ ດາບຸດດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊສົມບູນ, ຄະນະພັກ – ຄະນະບັນຊາ ອົງການ 5 ຫ້ອງ ຕະຫຼອດຮອດພະນັກງານ – ນັກຮົບ ທົ່ວກອງບັນຊາການເຂົ້າຮ່ວມ. ໃນພິທີສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ໄດ້ເລົ່າປະຫວັດຄວາມເປັນມາຂອງວັນການທູດລາວ ໃນການເຄື່ອນໄຫວການຕ່າງປະເທດພາຍໃຕ້ການນໍາພາຂອງພັກກ່ອນປົດປ່ອຍ, ສືບຕໍ່ຜັນຂະຫຍາຍນະໂຍບາຍການຕ່າງປະເທດ, ການພົວພັນຕ່າງປະເທດຫຼາຍຮູບ, ຫຼາຍແບບບົນພື້ນຖານການເສີມຂະຫຍາຍນໍ້າໃຈເອກະລາດເປັນເຈົ້າຕົນເອງ ນໍາໃຊ້ກໍາລັງພາຍໃນຂອງຕົນເພື່ອສ້າງໃຫ້ປະເທດເຮົາມີຄວາມເຂັ້ມແຂງ ແລະ ກໍາແໜ້ນຂໍ້ກໍານົດ, ກົດລະບຽບ ແລະ ລະດັບມາດຕະຖານສາກົນ, ເພື່ອຮັບປະກັນຜົນປະໂຫຍດຂອງຊາດ ຕອບຕ້ານທຸກໆກົນອຸບາຍຫັນປ່ຽນໂດຍສັນຕິ ແລະ ການແຊກແຊງເຂົ້າວຽກງານພາຍໃນຂອງລາວ, ດ້ວຍຄໍາເວົ້າທີ່ວ່າ: ເພີ່ມມິດຫຼຸດຜ່ອນສັດຕູ, ທະລຸເພື່ອປົກປ້ອງຄວາມໝັ້ນຄົງຂອງລະບອບ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ.
ພ້ອມດຽວກັນນີ້ສະຫາຍ ພັນເອກ ສຸດໃຈ ເຈີບົວແພງ ຫົວໜ້າຫ້ອງການເມືອງ ກໍໄດ້ເລົ່າຫວນຄືນໃຫ້ເຫັນວັນປະກາດເອກະລາດ ຄືວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດຂອງຊາດລາວເຮົາອອກຈາກແອກປົກຄອງລ່າເມືອງຂື້ນຕ່າງຊາດອື່ນ, ເຊິ່ງວັນດັ່ງກ່າວນີ້ໄດ້ເປັນຂີດໝາຍແຫ່ງໄຊຊະນະແຫ່ງການຕໍ່ສູ້ອັນພິລະອາດຫານ, ຄວາມສາມັກຄີ ແລະ ເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ. ໃນການຈັດຕັ້ງປາຖະກະຖາໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ທົ່ວກອງບັນຊາການ ມີຄວາມຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບ2ວັນສໍາຄັນດັ່ງກ່າວ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ຕັ້ງໜ້າເຝິກຝົນຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ກາຍເປັນພະນັກງານສືບທອດທີ່ດີຂອງພັກ ແລະ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາກົມກອງ ກໍ່ຄືປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.
