
ກອງປະຊຸມພົບປະ ລະຫວ່າງ ສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງໄຊສົມບູນ ແລະ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງບັກນິງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ຕຸລາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນ ໂດຍຕາງໜ້າແຂວງໄຊສົມບູນ ເຂົ້າຮ່ວມໂດຍທ່ານ ພົຈວ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງໄຊສົມບູນ ແລະ ຝ່າຍແຂວງບັກນິງ ເຂົ້າຮ່ວມໂດຍທ່ານ ຫງວຽນ ດຶກ ຈ໋ອງ, ຮອງປະທານຜູ້ປະຈໍາການ-ກອງເລຂາໃຫຍ່, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງບັກນິງ, ມີປະທານ, ຮອງປະທານສະມາຄົມມິດຕະພາບລາວ-ຫວຽດນາມ, ຫວຽດ ນາມ-ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ມີຄໍາເຫັນກ່າວຕ້ອນຮັບ ຄະນະສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງບັກນິງ ທີ່ມາເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນໃນຄັ້ງນີ້. ຊຶ່ງທ່ານໄດ້ຍົກໃຫ້ເຫັນວ່າ ການພົບປະໃນຄັ້ງນີ້ ທັງສອງຝ່າຍຈະໄດ້ພ້ອມກັນທົບທວນຄືນບັນດາເນື້ອໃນບົດບັນທຶກຊ່ວຍຈໍາ ທີ່ສອງແຂວງໄດ້ລົງນາມໃນຄັ້ງວັນທີ 11 ກໍລະກົດ 2023 ຜ່ານມາ ກໍຄືການກວດກາຄືນວ່າເນື້ອໃນໃດທີ່ໄດ້ຈັດຕັ້ງປະຕິບັດແລ້ວ ແລະ ຍັງເນື້ອໃນໃດທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ຫຼື ຄົ້ນຄ້ວາປັບປຸງຄືນ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງສອງແຂວງ. ຈາກນັ້ນ ຕາງໜ້າຈາກທັງສອງຝ່າຍໄດ້ພັດປ່ຽນກັນລາຍງານ ການຈັດຕັ້ງປະຕິບັດເນື້ອໃນບົດບັນ ທຶກຊ່ວຍຈໍາ ໃນໄລຍະປີ 2023-2025 ຜ່ານມາ. ຊຶ່ງນັບຕັ້ງແຕ່ໄດ້ມີການເຊັນບົດບັນທຶກຊ່ວຍຈໍາເປັນຕົ້ນມາ ທັງສອງຝ່າຍໄດ້ມີການພົບປະຢ້ຽມຢາມ, ແລກປ່ຽນບົດຮຽນ ລະຫວ່າງ ຄະນະນໍາຂັ້ນສູງ ແລະ ບັນດາຂະແໜງການຕ່າງໆຂອງສອງແຂວງ ໄດ້ຈໍານວນຫຼາຍຄັ້ງ. ນອກນັ້ນ ແຂວງໄຊສົມບູນ ຍັງໄດ້ຮັບການຊ່ວຍຝຶກອົບຮົມວຽກງານວິຊາສະເພາະ ຢູ່ພາຍໃນແຂວງ ແລະ ຢູ່ ສສ ຫວຽດນາມ ໂດຍສະເພາະແມ່ນວຽກງານແມ່ຍິງ, ວຽກງານກະສິກຳ, ວຽກງານສາທາລະນະສຸກ, ວຽກງານສຶກສາ, ວຽກງານສານປະຊາຊົນ, ວຽກງານພາຍໃນ, ວຽກງານ ປກສ, ວຽກງານວິທະຍຸ-ໂທລະພາບ ແລະ ເມືອງອະນຸວົງ. ໂດຍຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າມີບາງເນື້ອໃນທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ຊຶ່ງຄະນະທັງສອງຝ່າຍໄດ້ຍົກຂຶ້ນມາປະກອບຄໍາຄິດຄໍາເຫັນ, ປຶກສາຫາລື ແລະ ຄົ້ນຄ້ວາປັບປຸງ ໂດຍສະເພາະແມ່ນການກຳນົດຫົວຂໍ້ ແລະ ເພີ່ມບາງໜ້າວຽກທີ່ຈະແລກປ່ຽນໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ເນື້ອໃນບົດບັນທຶກຊ່ວຍຈໍາທີ່ຈະລົງນາມ ໄລຍະປີ 2026-2030 ມີຄວາມຮັດກຸມ, ຖືກຕ້ອງ ແລະ ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ ຂອງສອງແຂວງ ເພື່ອໃຫ້ສາມາດນໍາໄປຜັນຂະຫຍາຍ, ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ບັນລຸຜົນສໍາເລັດ.

ໂອກາດນີ້ ຄະນະສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງບັກນິງ ຍັງໄດ້ນໍາເອົາຄອມພິວເຕີ ຈໍານວນ 2 ຊຸດ ມາມອບໃຫ້ຄະນະສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງໄຊສົມບູນ ແລະ ທັງສອງຝ່າຍຍັງໄດ້ມອບຂອງຂັວນທີ່ລະນຶກໃຫ້ແກ່ກັນ ຕື່ມອີກ.
