ກອງປະຊຸມ ປຶກສາຫາລື ການຕ້ານ, ສະກັດກັ້ນ ແລະ ຊຸກຍູ້ແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ຢູ່ແຂວງໄຊສົມບູນ

ເນື່ອງໃນໂອກາດ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ທ່ານ ພົຕ ສາຍໃຈ ກົມມະສິດ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ຖືເອົາໂອກາດນີ້ເຂົ້າພົບການນຳແຂວງໄຊສົມບູນ ເພື່ອແຈ້ງຈຸດປະສົງໄດ້ຮັບຊາບ ໃນຕອນເຊົ້າຂອງວັນທີ 20 ຕຸລາ 2025 ນີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະ ພ້ອມທັງໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບລວມຂອງແຂວງໂດຍຫຍໍ້ໃຫ້ ທ່ານ ພົຕ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະ ໄດ້ຮັບຊາບ.
ຈາກນັ້ນ ໄດ້ມີກອງປະຊຸມ ປຶກສາຫາລື ການຕ້ານ, ສະກັດກັ້ນ ແລະ ຊຸກຍູ້ແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ຢູ່ແຂວງໄຊສົມບູນ ໂດຍການເປັນປະທານຮ່ວມຂອງທ່ານ ພົຕ ສາຍໃຈ ກົມມະສິດ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ, ມີບັນດາທ່ານຄະນະສະເພາະກິດ ຂັ້ນສູນກາງ, ຂັ້ນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ຊຶ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແຈ້ງພາລະບົດບາດ, ໜ້າທີ່ ຂອງຄະນະສະເພາະກິດ 47/ນຍ, ທົບທວນຄືນບັນດາມະຕິ, ຄໍາສັ່ງ, ແຈ້ງການຕ່າງໆ ຂອງລັດຖະບານ ແລະ ສູນກາງພັກ ທີ່ຕິດພັນກັບການແກ້ໄຂບັນຫາແຮ່ທາດ ເພື່ອຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດບັນຫາການຂຸດຄົ້ນຄຳຕົກຂ້ອນ ຂອງແຂວງໄຊສົມບູນ, ພ້ອມທັງຮ່ວມກັນຄົ້ນຄວ້າກົນໄກ, ມາດຕະການແກ້ໄຂບັນຫາດັ່ງກ່າວ ໃຫ້ມີຄວາມສະຫງົບ ແລະ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາແຮ່ທາດ ຢູ່ແຂວງໄຊສົມບູນ ຊຶ່ງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ຕິດຕາມກວດກາ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ ແລະ ຮ່ອງຫ້ວຍຕ່າງໆ ພ້ອມໄດ້ລົງກວດກາ ແກ້ໄຂບັນຫາການລັກລອບຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາເມືອງ. ພ້ອມນັ້ນ ຄະນະສະເພາະກິດຂັ້ນສູນກາງ ກໍໄດ້ແນະນຳ ກ່ຽວກັບແບບຟອມການດຳເນີນມາດຕະການປັບໃໝຕໍ່ກັບຜູ້ກະທຳຜິດ ທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ ເພື່ອໃຫ້ຄະນະສະເພາະກິດແຂວງໄຊສົມບູນ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນ ແລະ ສຳເລັດຕາມແຜນການທີ່ວາງໄວ້.
ໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້ ຄະນະປະທານໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ກວດກາຄືນບັນດານິຕຳກຳທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ອອກອະນຸຍາດ ໃຫ້ມີຄວາມສອດຄ່ອງ, ການແບ່ງຄວາມຮັບຜິດຊອບ ໂດຍກຳນົດພາລະບົດບາດໜ້າທີ່ຂອງແຕ່ລະຂັ້ນ ໂດຍສະເພາະຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ໃຫ້ມີຄວາມລະອຽດຊັດເຈນ ພ້ອມທັງໃຫ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການໃນການແກ້ໄຂຕາມແຜນທີ່ໄດ້ກຳນົດໄວ້, ໃຫ້ທຸກຂະແໜງການການກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ໃຫ້ບັນດາອົງການປົກຄອງເມືອງ, ຫົວໜ່ວຍວິສາຫະກິດ, ບໍລິສັດ, ຜູ້ປະກອບການ ຈັດຕັ້ງປະຕິບັດຕາມຄຳສັ່ງ ແລະ ນິຕິກໍາອື່ນໆ ທີ່ຕິດພັນກັບແຮ່ທາດ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຢ່າງທົ່ວເຖິງ ເພື່ອນຳໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa