ກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ເເທນ ຄັ້ງທີ VI ອົງຄະນະພັກກະຊວງ ປ້ອງກັນຄວາມສະຫງົບ ແລະ ມະຕິກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ຂອງກອງບັນຊາການ ປກສ ແຂວງ

ໃນວັນທີ 16 ຕຸລາ 2025 ກອງບັນຊາການ ປກສ ແຂວງໄຊສົມບູນ ຈັດພິທີເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ເເທນ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ຜູ້ເເທນ ຄັ້ງທີ II ຂອງອົງຄະນະພັກ ແຂວງໄຊສົມບູນ ແລະ ເອກະສານສໍາຄັນຂອງພັກຈໍານວນໜຶ່ງ ໂດຍການເປັນປະທານຂອງ ສະຫາຍ ພັອ ອຸໄດ ອິນສຸວັນ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຄະນະພັກ-ຄະນະກອງບັນຊາການ, ບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມຮັບຟັງ.
ໃນພິທີສະຫາຍ ພັທ ກິ່ງຄໍາ ຈັນລາຕີ ຄະນະພັກກອງ, ຮອງກອງບັນຊາການ ປກສ ແຂວງ ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ທີ່ໄດ້ໄຂຂຶ້ນໃນລະຫວ່າງວັນທີ 9 ຫາ 10 ກັນຍາ 2025 ທີ່ຜ່ານມາ ທັງນີ້ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ສະມາຊິກພັກ ໄດ້ຮັບຮູ້-ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ຕໍ່ເນື້ອໃນຈິດໃຈ, ທິດທາງໜ້າທີ່, ຄາດໝາຍສູ້ຊົນອັນໃໝ່ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ຂະບວນການຈັດຕັ້ງປະຕິບັດຕົວຈິງ ຢ່າງເປັນຮູບປະທໍາ ທັງຫັນເອົາເນື້ອໃນຂອງມະຕິ ມາເປັນແຜນການ, ໂຄງການອັນລະອຽດ ຂອງແຕ່ລະອົງການຈັດຕັ້ງ, ພະແນກການ, ກົມກອງ ພ້ອມກັນສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງນີ້ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ຂະນະດຽວກັນ ກໍເພື່ອເສີມຂະຫຍາຍຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະໄໝທີ I ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີ ຜ່ານມາ ເພື່ອຍົກສູງວຽກງານນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ ເພື່ອສືບຕໍ່ປະກອບສ່ວນທີ່ສໍາຄັນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດຽວກັນນີ້, ສະຫາຍຍັງໄດ້ເຜີຍແຜ່ບົດປາໄສ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ. ໂອກາດດຽວກັນ, ສະຫາຍ ພັອ ວິໄລ ແກ້ວວິໄລຫົງ ຮອງເລຂາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງເອົາ ຄະນະບໍລິຫານງານພັກກະຊວງ ປ້ອງກັນຄວາມສະຫງົບ ຄັ້ງທີ VI, ມະຕິຕົກລົງ ວ່າດ້ວຍ ການຮັບຮອງເອົາ 04 ແຜນງານ 29 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ມະຕິກອງປະຊຸມໃຫຍ່ຄົບຄະນະບໍລິຫານງານສູນການພັກ ຄັ້ງທີ 10 ສະໄໝທີ XI.
ໃນຕອນທ້າຍຂອງພິທີ ສະຫາຍ ປະທານ ໄດ້ເປັນກຽດເຜີຍແຜ່, ເຊື່ອມຊຶມ ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ; ມະຕິແບ່ງຄວາມຮັບຜິດຊອບ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ແລະ ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ. ພ້ອມນັ້ນ, ສະຫາຍ ໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວວ່າ ບັນດາມະຕິ ແລະ ເອກະສານຕ່າງໆທີ່ໄດ້ນໍາມາເຜີຍແຜ່, ເຊື່ອມຊຶມໃນຄັ້ງນີ້ ຕ່າງກໍເປັນເອກະສານທີ່ສໍາຄັນ ແລະ ທັງເປັນແນວທາງໃຫ້ແກ່ການນໍາພາ-ຊີ້ນໍາ ປະຕິບັດໜ້າທີວຽກງານ ໃນສະເພາະໜ້າ ແລະ ຍາວນານ; ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍ ເຊື່ອມຊຶມ, ກໍາແໜ້ນ ຕໍ່ແນວທາງກໍຄື ມະຕິ, ຄໍາສັ່ງຕ່າງໆທີ່ຂັ້ນເທິງວາງອອກ ໃນແຕ່ລະໄລຍະ ຢ່າງເລິກເຊິ່ງ; ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ນໍາເອົາທິດທາງ, ແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ມາຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ; ເພີ່ມທະວີໃນການເປັນກໍາລັງແຮງສໍາຄັນໃນການປົກປັກຮັກສາ ແລະ ພັດທະນາແຂວງໄຊສົມບູນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ສ້າງກົມກອງຂອງຕົນໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa