
ໃນຕອນບ່າຍຂອງວັນທີ 6 ພະຈິກ 2025 ນີ້ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມເອກະສານ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II, ບົດປາໄສຂອງສະຫາຍ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ແລະ ບັນດາເອກະສານທີ່ສຳຄັນຂອງພັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຂຶ້ນ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ໄຊສົມພັນ ລີເຕັງເບຼຍຈື່, ເລຂາໜ່ວຍພັກ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ພ້ອມດ້ວຍ ຮອງເລຂາໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍ ຕະຫຼອດຮອດແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ສະຫາຍ ໄຊສົມພັນ ລີເຕັງເບຼຍຈື່ ໄດ້ເຜີຍແຜ່-ເຊື່ອມຊຶມເອກະສານ ທີ່ສຳຄັນຂອງພັກ ເປັນຕົ້ນ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ວັນທີ 9-10 ກັນຍາ 2025, ເຜີຍແຜ່ບົດປາໄສ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ ທີ່ຜ່ານມາ ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ຂອງຕົນ ໄດ້ຮັບຮູ້-ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ຕໍ່ເນື້ອໃນຈິດໃຈ, ທິດທາງໜ້າທີ່, ຄາດໝາຍສູ້ຊົນອັນໃໝ່ ທີ່ໄດ້ກໍານົດໄວ້ໃນມະຕິ ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ຂະບວນການຈັດຕັ້ງປະຕິບັດຕົວຈິງ ຢ່າງເປັນຮູບປະທໍາ ທັງຫັນເອົາເນື້ອໃນຂອງມະຕິ ມາເປັນແຜນການ, ໂຄງການອັນລະອຽດ ພ້ອມກັນສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງນີ້ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ຂະນະດຽວກັນ ກໍເພື່ອເສີມຂະຫຍາຍຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ສະໄໝທີ I ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີ ຜ່ານມາ ເພື່ອຍົກສູງວຽກງານນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກພະແນກ ໃຫ້ແກ່ສະມາຊິພັກ, ພະນັກງານຂອງຕົນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ ເພື່ອສືບຕໍ່ປະກອບສ່ວນທີ່ສໍາຄັນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດຽວກັນນີ້ ຍັງໄດ້ຮັບຟັງການເຜີຍແຜ່ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 34 ປີ 15 ສິງຫາ 1991-15 ສິງຫາ 2025, ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ຄົບຮອບ 75 ປີ 13 ສິງຫາ 1950-13 ສິງຫາ 2025 ແລະ ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍເອກະສານ ຈາກ ສະຫາຍ ພັນສີ ຈັນທະປະດິດ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ຕື່ມອີກ.