ຄະນະໂຄສະນາອົບຮົມເມືອງ ຮ່ວມກັບ ຄະນະບໍລິຫານງານຊາວໜູ່ມເມືອງ ລົງເຜີຍແຜ່ເອກະສານ ໃຫ້ນ້ອງນ້ອຍນັກຮຽນມສ ທ່າໂທມ

ໃນລະຫວ່າງວັນທີ 13 ພະຈິກ 2025 ນີ້ ຄະນະໂຄສະນາອົບຮົມເມືອງ ຮ່ວມກັບ ຄະນະບໍລິຫານງານຊາວໜູ່ມເມືອງ ໄດ້ລົງເຜີຍແຜ່ເອກະສານ ແລະ ຫວນຄືນມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ, ໃຫ້ຄູອາຈານ ແລະ ນ້ອງນ້ອຍນັກຮຽນມສ ທ່າໂທມ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຄໍາເປີ້ນ ໄຂຄໍາໜັ້ນ ຮອງເລຂາພັກເມືອງ, ມີຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ມີປະຫັວດຄວາມເປັນມາຂອງວັນສະຖາປະນາ ສປປ ລາວ ຄົບຮອບ50ປີ, ຊົມຮູບເງົາຫວນຄືນມູນເຊື້ອວັນເກີດປະທານໄກສອນພົມວິຫານຄົບຮອບ105ປີ, ຮັບຟັງການເຜີຍແຜ່ກົດລະບຽບເຍົາວະຊົນ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜູ່ມທົ່ວປະເທດຄັ້ງທີ9, ກອງປະຊຸມໃຫຍ່ຜູ້ແທນຊາວໜູ່ມແຂວງໄຊສົມບູນຄັ້ງທີ3, ກອງປະຊຸມໃຫຍ່ຜູ້ແທນຊາວໜູ່ມເມືອງຄັ້ງທີ5, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ2, ໃນການຮັບຟັງ, ເຊື່ອມ ແລະ ຫວນຄືນວັນສໍາຄັນພັກພັກ, ຂອງຊາດໃນຄັ້ງນີ້ກໍ່ໄດ້ຈັດກິດຈະກໍາຖາມ-ຕອບ ເພື່ອໃຫ້ນ້ອງນ້ອຍນັກຮຽນຈົດຈໍາຄຸນງາມຄວາມດີຂອງບັນພະບູລຸດລາວ, ຈົດຈໍາເອົາປະຫັວດຄວາມເປັນມາຂອງວັນສໍາຄັນດັ່ງກ່າວ ແລະ ເປັນການະແດງເຖິງຄວາມກ້າຫານ, ການສະແດງຄວາມຮູ້ຄວາມສາມາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa