ຄະນະໂຄສະນາອົບຮົມເມືອງ ຮ່ວມກັບ ສະຫະພັນແມ່ຍິງເມືອງ ໄດ້ລົງເຜີຍແຜ່ເຊື່ອມຊຶມ ໃຫ້ຄູອາຈານ ແລະ ນ້ອງນ້ອຍນັກຮຽນ ມສ ຍາມຈະເລີນໄຊ, ມສ ຕາດຍອງ, ມຕົ້ນບ້ານປູ້ ແລະ ມຕົ້ນຄອນຊະນະ ເມືອງທ່າໂທມ

 ຄູອາຈານ-ນ້ອງນ້ອຍນັກຮຽນໄດ້ຮັບການເຊື່ອມຊຶມເອກະສານ ແລະ ຫວນຄືນມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ.
ໃນລະຫວ່າງວັນທີ 12-14 ພະຈິກ 2025 ນີ້ ຄະນະໂຄສະນາອົບຮົມເມືອງ ຮ່ວມກັບ ສະຫະພັນແມ່ຍິງເມືອງ ໄດ້ລົງເຜີຍແຜ່ເອກະສານ ແລະ ຫວນຄືນມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ, ໃຫ້ຄູອາຈານ ແລະ ນ້ອງນ້ອຍນັກຮຽນມສ ຍາມຈະເລີນໄຊ, ມສ ຕາດຍອງ, ມຕົ້ນບ້ານປູ້ ແລະ ມຕົ້ນຄອນຊະນະ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ບຸນໜັກ ຈັນທະເສນ ປະທານຄະນະກໍາມະການປົກຄອງຕາແສງແກ້ວມີໄຊ, ມີຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ມີມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊສົມບູນຄັ້ງທີII, ຫວນຄືນວັນສາກົນເພື່ອລຶມລ້າງຄວາມຮຸ່ນແຮງຕໍ່ແມ່ຍິງ, ນັບຟັງປະຖະກະຖາວັນສ້າງ ສປປ ລາວ ຄົບຮອບ 50 ປີ ແລະ ຊົມສາລະຄະດີຮູບເງົາຫວນຄືນວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ. ໃນການຮັບຟັງ, ເຊື່ອມ ແລະ ຫວນຄືນວັນສໍາຄັນພັກພັກ, ຂອງຊາດໃນຄັ້ງນີ້ກໍ່ໄດ້ຈັດກິດຈະກໍາຖາມ-ຕອບ ເພື່ອໃຫ້ນ້ອງນ້ອຍນັກຮຽນຈົດຈໍາຄຸນງາມຄວາມດີຂອງບັນພະບູລຸດລາວ, ຈົດຈໍາເອົາປະຫັວດຄວາມເປັນມາຂອງວັນສໍາຄັນດັ່ງກ່າວ ແລະ ເປັນການະແດງເຖິງຄວາມກ້າຫານ, ການສະແດງຄວາມຮູ້ຄວາມສາມາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa