
ໃນຕອນແລງວັນທີ 12/11/2025 ຄະນະໂຄສະນາອົບຮົມເມືອງຈັດພິທີປາຖະກະຖາວັນສໍາຄັນຕ່າງໆຢູ່ທີ່ໂຮງຮຽນ ມ.ສ ຕາດຍອງ ພາຍໃຕ້ການເປັນປະທານຂອງທ່ານ ບຸນໜັກ ຈັນທະເສນ ກຳມະການພັກເມືອງ, ປະທານຄະນະກຳມະການປົກຕາແສງແກ້ວມີໄຊ; ມີອຳນວຍການໂຮງຮຽນພ້ອມຄະນະ, ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ເອກະສານທີ່ນໍາມາປາຖະກະຖາໃນຄັ້ງນີ້ມີ ເອກະສານວັນສ ະຖາປະນາ ສປປລ ຄົບຮອບ 50ປີ ແລະ ຫວນຄືນມູນເຊື້ອວັນຄ້າຍວັນເກີດປະທານໄກສອນພົມວິຫານຄົບຮອບ 105ປີ
