
ຕອນເຊົ້າວັນທີ 6 ພະຈິກ 2025 ນີ້ ຢູ່ທີສະໂມສອນເມືອງ ( ຫຼັງໃໝ່) ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜິຍແຜ່ ມະຕິ ກອງປະຊຸມໃຫ່ຍຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ 9 , ກອງປະຊຸມໃຫ່ຍຜູ້ແທນແມ່ຍິງແຂວງໄຊສົມບູນ ຄັ້ງທີ 2 ແລະ ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງຂັ້ນເມືອງ ໂດຍການເປັນປະທານຮ່ວມຂອງທ່ານ ບຸນເຕັງ ລັດຕະນະໄຕ ກຳມະການປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ທ່ານ ນາງ ພິຕາວັນ ແກ້ວວິໄລ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ກອງ ແລະ ແມ່ຍິງຈາກບັນດາໜ່ວຍອ້ອມຂ້າງຂອງເມືອງ, ຕະຫຼອດຮອດເອື້ອຍ, ນ້ອງ ແມ່ຍິງບ້ານ 3 ບ້ານເທດສະບານເຂົ້າຮ່ວມ.
ໃນໂອກາດນີ້ທ່ານບຸນເຕັງ ລັດຕະນະໄຕ ໄດ້ມີຄຳເຫັນກ່າວເປີດກອງປະຊຸມພ້ອມທັງໄດ້ເໜັ້ນໃຫ້ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ເປັນຕົ້ນແມ່ນເອື້ອຍ, ນ້ອງແມ່ຍິງເຮົາຈົ່ງເອົາໃຈໃສ່ຍົກສູງສະຕິປັນຍາຮັບຟັງເອົາເນື້ອໃນຈິດໃຈການເຜິຍແຜ່ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ, ຈາກນັ້ນໄດ້ຮັບຟັງການເຜິຍແຜ່ມະຕິ ກອງປະຊຸມໃຫ່ຍຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ 9 ເຊິ່ງໄດ້ຮັບຮອງເອົາວິໄສທັດ ຮອດປີ 2035, ແຜນພັດທະນາແມ່ຍິງລາວ 5 ປີ ( 2026-2030) ໂດຍມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ, ກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໝທີ 9, ຄໍາຂັວນ ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ, ຂໍ້ແຂ່ງຂັນ 3 ດີ, ແລະ ໄດ້ຮັບຮອງເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 9 ຈໍານວນ 61 ສະຫາຍ ໃນນີ້ສະຫາຍນາງ ບຸນທະວີ ສິງວິໄລ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊສົມບູນ ກໍ່ໄດ້ຖຶກຮັບຮອງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 9 ອີກດ້ວຍ, ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 9 ໄດ້ເປັນເອກະສັນຮັບຮອງເອົາຄະນະປະທານສູນກາງສະຫະພັນແມ່ຍິງລາວຈໍານວນ 4 ສະຫາຍຄື: ສະຫາຍນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານ; ສະຫາຍນາງ ທໍາມາ ເພັດວິໄຊ ເປັນຮອງປະທານ; ສະຫາຍນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ແລະສະຫາຍນາງ ຜາສຸກ ວົງວິຈິດ ເປັນຮອງປະທານທັງເປັນປະທານກວດກາ, ເຊິ່ງກອງປະຊຸມໃຫ່ຍຜູ້ແທນແມ່ຍິງແຂວງໄຊສົມບູນ ຄັ້ງທີ 2 ໄດ້ຮັບຮອງເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊສົມບູນ ຈໍານວນ 21 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ລົງປະຊາມະຕິຮັບຮອງເອົາ ສະຫາຍນາງ ບຸນທະວີ ສິງວິໄລ ເປັນປະທານ, ສະຫາຍນາງ ຮົ້ວຢ່າງ ໄຟດ່າຢ່າງ ເປັນຮອງປະທານທັງປະທານກວດກາ ແລະ ສະຫາຍນາງ ພິຕາວັນ ແກ້ວວິໄລ ເປັນຮອງປະທານ, ຈາກນັ້ນຍັງໄດ້ມີພິທີຝຶກອົບທັກສະການເປັນພິທີກອນ ຫຼື ວິທະຍາກອນ ບັນຍາຍສິດສອນຕໍ່ໜ້າເວທີ, ເພື່ອສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງຂັ້ນເມືອງໄດ້ຮຽນຮູ້ຕື່ມອີກ.

ຕອນທ້າຍທ່ານ ບຸນເຕັງ ລັດຕະນະໄຕ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ສະຫະພັນແມ່ຍິງເມືອງຮົ່ມຈົ່ງເປັນເຈົ້າການເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວສະມາຊິກແມ່ຍິງທີ່ເປັນພະນັກງານ-ລັດຖະກອນໃຫ້ມີຄວາມອຸ່ນອຽ່ງທຸ່ນທຽ່ງ ມີສະຕິຕື່ມຕົວຈັດຕັ້ງປະຕິບັດໜ້າວຽກງານວິຊາສະເພາະທີ່ທັງຂັ້ນເທິງໝອບໝາຍໃຫ້ມີຄວາມສໍາເລັດ, ເປັນເຈົ້າການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໃນສັງຄົມໂດຍສະເພາະແມ່ນແມ່ຍິງໄວໜຸ່ມທີ່ກໍາລັງຫຼົງໄຫຼນໍາບັນຫາຢາເສບຕິດ, ເປັນເຈົ້າການລົງເຜິຍແຜ່ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຂອງເມືອງໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.